ປະ​ທານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Kamikawa Yoko

(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Kamikawa Yoko, ທີ່ພວມຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 10 – 11 ຕຸລາ.

ປະ​ທານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ Kamikawa Yoko - ảnh 1ປະທານປະທານປະເທດ ຫວໍວັນເຖືອງໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Kamikawa Yoko (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່າປະທານປະເທດ ຫວໍວັນເຖືອງໄດ້ຢັ້ງຢືນວ່າ ຍີ່ປຸ່ນແມ່ນຄູ່ຮ່ວມມື ເສດຖະກິດແຖວໜ້າ ຂອງ ຫວຽດນາມ ແລະ ສອງປະເທດມີຈຸດຄ້າຍຄືກັນຫຼາຍຢ່າງ ແລະ ມີຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ນຳການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນພັດທະນາຢ່າງແຮງກ່ວາອີກໃນທຸກຂົງເຂດ. ທ່ານປະທານປະເທດສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເພື່ອແນໃສ່ປະກອບສ່ວນປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ, ແຫຼ່ງທຶນຊ່ວຍເຫຼືອພັນທະນາ ODA, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ…

ສ່ວນທ່ານນາງ Kamikawa Yoko  ໄດ້ເນັ້ນໜັກວ່າ ສອງປະເທດມີເງື່ອນໄຂຢ່າງຄົບຖ້ວນເພື່ອນຳການພົວພັນຂຶ້ນສູ່ລະດັບສູງໃໝ່, ທ່ານກໍ່ປາດຖະໜາຢາກໃຫ້ ສອງປະເທດສືບຕໍ່ເຮັດໃຫ້ການຮ່ວມມືໃນຂົງເຂດທີ່ມີຢູ່ແລ້ວເລິກເຊິ່ງກ່ວາອີກ, ພ້ອມທັງເປີດກວ້າງອອກສູ່ບັນດາຂົງເຂດໃໝ່ຄື: ເຫັນເປັນດີຈີຕອນ, ຫັນເປັນສີຂຽວ…

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Kamikawa Yoko. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ສອງຝ່າຍຊຸກຍູ້ການຢ້ຽມຢາມ, ພົບປະຂັ້ນສູງ ແລະ ຍີ່ປຸ່ນຈະໜູນຊ່ວຍຫວຽດນາມ ໃນການສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້ນຕົນເອງ ແລະການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ