ປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

ປະທານປະເທດ Truong Tan Sang ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1

(ພາບ:ອິນ​​ເຕີ​ແນັດ)

(vovworld) -     ຕອນ​ເຊົ້າວັນ​ທີ 17/10,  ທ່ານປະທານ​ປະ​ເທດ Truong Tan Sang, ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ບັນດາ ສສຊ ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1 ນະຄອນ​ໂຮ່ຈິ​ມິນ ​ໄດ້​ມີ​ການພົບປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງນະຄອນ​ໂຮ່ຈິ​ມິນ. ນະ​ທີ່​ນີ້, ຜູ້ຕາງໜ້າ ສສຊ ນະຄອນ​ໂຮ່ຈິ​ມິນ ​ໄດ້​ລາຍ​ງານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ການ​ຄາດ​ຄະ​ເນ​ເນື້ອ​ໃນ ​ແລະ ລາຍການ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຊື່​ງຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ​ແຕ່​ວັນ​ທີ 22/10-24/11 ​ແລະ ການ​ເຄື່ອນ​ໄຫວ​ຈຳນວນ​ໜຶ່ງ​ຂອງ​ຄະນະ ສສຊ ນະຄອນ​ໂຮ່ຈິ​ມິນ ​ໃນ​​ໄລຍຜ່ານ​ມາ. ​ເມື່ອ​ແລກປ່ຽນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບບັນດາ​ເນື້ອ​ໃນ​ກ່ຽວຂ້ອງ​ເຖິງ​ແຈ້ງການ ຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ,  ທ່ານປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ: ນີ້​ພຽງ​ແຕ່​ແມ່ນ​ແຈ້ງ​ການ​ໃນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ. ການ​ສຳ​ຫຼວດກວດກາ​ຂອງ​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາ​ສູນ​ກາງ​ພັກ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ຈິດ​ໃຈ​ເຂັ້ມງວດ​ທີ່​ສຸດ:

   “​ໃນ​ສະ​ໄໝ​ປະຊຸມ​ຄັ້ງນີ້, ສະພາ​ແຫ່ງ​ຊາດ​ຈະ​ຮັບຮອງ​ເອົາຂໍ້​ກຳນົດ​ພື້ນຖານ​ກົດໝາຍ​ເພື່ອ​ໃຫ້​ແຕ່ລະ​ປີ, ສະພາ​ແຫ່ງ​ຊາດ​ຈະ​ປ່ອນບັດ​ໄວ້​ວາງ​ໃຈ​ພວກ​ຂ້າພະ​ເຈົ້າ. ນີ້​​ແມ່ນ​ວຽກ​ງານກວດກາ, ຕິດຕາມ​ກວດກາ​ໂດຍ​ກົງ, ​ແນ່ນອນ​ວ່າ​ຕ້ອງ​ປ່ອນ​ບັດ​ລັບ​ເພື່ອ​ຕີ​ລາຄາ. ຕີ​ລາຄາ​ບັນດາ​ຜູ້​ໄດ້​ຮັບເລືອກ​ຕັ້ງ​ເພື່ອ​ດຳລົງ​ບັນດາ​ຕຳ​ແໜ່​ງສຳຄັນ​ຂອງ​ປະ​ເທດ​ຊາດ. ​​ແຕ່ລະ​ປີ, ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກໍ່​ຈະ​ເຮັດ​ຄື​ແນວ​ນັ້ນ

 

 

ຂ່າວ/ບົດ​ອື່ນ