ປະ​ທານ​ປະ​ເທດ ມອບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງ ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານ ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.
ປະ​ທານ​ປະ​ເທດ ມອບ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ເສ​ນາ​ທິ​ການ​ໃຫຍ່ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານພົນໂທ ຫງວຽນເຕິນເກືອງ (ພາບ: baochinhphu.vn)

ຕອນເຊົ້າວັນທີ 3 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ໄດ້ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຕຳແໜ່ງ ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ ໃຫ້ແກ່ທ່ານ ພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

        ໃນຖານະຕຳແໜ່ງໃໝ່, ທ່ານພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ຍາມໃດກໍຢຶດໝັ້ນ, ຈົງຮັກພັກດີຕໍ່ພາລະກິດປະຕິວັດຂອງພັກ, ລັດ ແລະ ປະຊາຊົນ; ເປັນເຈົ້າການ, ກຳແໜ້ນສະພາບການ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງບັນດາມາດຕະການຊີ້ນຳນຳພາ, ສ້າງ ແລະ ປັບປຸງພື້ນຖານປ້ອງກັນຊາດທົ່ວປວງຊົນ, ແນວຮົບປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ ແລະ ສ້າງກອງທັບປະຊາຊົນ ຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ ແລະ ທັນສະໄໝເທື່ອລະກ້າວ.


ຕອບກັບ

ຂ່າວ/ບົດ​ອື່ນ