ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ

(VOVWORLD) - ຕອນບ່າຍວັນທີ 28 ກັນຍາ (ຕາມເວລາ ທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino ເນື່ອງໃນໂອກາດເຂົ້າຮ່ວມພິທີສົບລະດັບຊາດທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino (ພາບ:  AFP)

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໃນບັນດາຂົງເຂດ, ພ້ອມທັງສະແດງໃຫ້ເຫັນຄວາມເຄົາລົບ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ ຍີ່ປຸ່ນ ເຊິ່ງເປັນປະເທດທຳອິດໜູນຊ່ວຍ ວັກຊິນ ໃຫ້ ຫວຽດນາມ ແລະ ຫຼາຍວັດຖຸອຸປະກອນການແພດໃນການປ້ອງກັນຕ້ານໂຄວິດ - 19. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ໃນນາມສ່ວນຕົນຂອງທ່ານ ໄດ້ເຊື້ອເຊີນ ພະເຈົ້າຈັກກະພັດຍີ່ປຸ່ນ ແລະ ພະມະເຫສີ ມາຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນໃນປີ 2023, ທ່ານກໍ່ຢັ້ງຢືນວ່າ ນີ້ຈະແມ່ນເຫດການທີ່ມີຄວາມໝາຍອັນຍິ່ງໃຫຍ່ຕໍ່ການພົວພັນລະຫວ່າງສອງປະເທດ.

ສ່ວນ ພະເຈົ້າຈັກກະພັດ ຍີ່ປຸ່ນ ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ພິທີສົດລະດັບຊາດ, ທ່ານກໍ່ຖືວ່າ ນີ້ແມ່ນການຮັບຮູ້ພິເສດ ຕໍ່ການປະກອບສ່ວນຂອງທ່ານອະດີດນາຍົກລັດຖະມົນຕີ Abe ເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ