ປະ​ທານ​ປະ​ເທດ ຫວໍ້​ວັນ​ເຖຶອງ ຢ້ຽມ​ຢາມ ຕາ​ແສງ​ຊົນນະ​ບົດ​ແບບ​ຢ່າງ ຊວັນ​ກຽນ-ນາມດິ້ງ

(VOVWORLD) - ທ່ານປະທານປະເທດໄດ້ຕີລາຄາສູງອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ຕາແສງ ທີ່ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈກໍ່ສ້າງຕາແສງຊົນນະບົດແບບຢ່າງສຳເລັດຜົນ.
ປະ​ທານ​ປະ​ເທດ ຫວໍ້​ວັນ​ເຖຶອງ ຢ້ຽມ​ຢາມ ຕາ​ແສງ​ຊົນນະ​ບົດ​ແບບ​ຢ່າງ ຊວັນ​ກຽນ-ນາມດິ້ງ - ảnh 1ທ່ານປະທານປະເທດ ຫວໍ້ວັນເຖຶອງ ໄປຢ້ຽມຢາມ ປຊຊ ຕາແສງຊົນນະບົດແບບຢ່າງ ຊວັນກຽນ
(ພາບ: TTXVN)

    ຕອນບ່າຍວັນທີ 19 ພຶດສະພາ, ໃນລາຍການຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປະທານ ໂຮ່ຈິມິນ ຢ້ຽມຢາມແຂວງ ນາງດິ້ງ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖຶອງ ໄດ້ໄປຢ້ຽມຢາມ ປຊຊ ຕາແສງຊົນນະບົດແບບຢ່າງ ຊວັນກຽນ-ເມືອງຊວັນເຈື່ອງ-ແຂວງນາມດິ້ງ. ນະທີ່ນີ້, ທ່ານປະທານປະເທດໄດ້ຕີລາຄາສູງອົງຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ຕາແສງ ທີ່ໄດ້ສາມັກຄີກັນ, ຮ່ວມແຮງຮ່ວມໃຈກໍ່ສ້າງຕາແສງຊົນນະບົດແບບຢ່າງສຳເລັດຜົນ. ທ່ານຊີ້ແຈ້ງວ່າ, ພ້ອມກັບການພັດທະນາເສດຖະກິດ, ປຊຊ ຍາມໃດກໍ່ຕ້ອງຮັກສານ້ຳໃຈອາລົມຈິດກັບຜູ້ຢູ່ບ້ານໃກ້ເຮືອນຄຽງ, ຊ່ວຍເຫຼືອກັນບືນຕົວຂຶ້ນໃນຊີວິດການເປັນຢູ່; ເອົາໃຈໃສ່ເບິ່ງແຍງການຮ່ຳຮຽນ, ສຶກສາລູກຫຼານ ເພື່ອຕາແສງເປັນຊົນນະບົດແບບຢ່າງຢ່າງແທດຈິງ ສົມກັບມູນເຊື້ອແຫ່ງການຮ່ຳຮຽນທີ່ດີງາມຂອງບ້ານເກີດເມືອງນອນ.

ຕອບກັບ

ຂ່າວ/ບົດ​ອື່ນ