ປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບ ປະທານສະພາສູງລາຊະອານາຈັກ ແບນຊິກ

(VOVWORLD) -ຕອນບ່າຍວັນທີ 22 ສິງຫານີ້, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານສະພາສູງ ແບນຊິກ Stephanie D'Hose ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ
ປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບ ປະທານສະພາສູງລາຊະອານາຈັກ ແບນຊິກ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງປະທານສະພາສູງ ແບນຊິກ Stephanie D'Hose

     ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດ  ຫວໍວັນເຖືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ແບນຊິກ, ປາດຖະໜາຢາກໃຫ້ການພົວພັນລະຫວ່າງ 2 ປະເທດນັບມື້ນັບພັດທະນາຢ່າງແຂງແຮງ; ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ການລົງທຶນ, ການຄ້າ, ການຮັບມຶກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ... ພິເສດແມ່ນສອງປະເທດຕ້ອງຍູ້ແຮງການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ພົວພັນແລກປ່ຽນໃນຂົງເຂດວັດທະນະທໍາ; ການຮ່ວມມືຢ່າງສະໜິດແໜ້ນໃນບັນຫາສາກົນ. ທ່ານປະທານປະເທດ ກໍ່ຮຽກຮ້ອງໃຫ້ ແບນຊິກ ສະໜັບສະໜູນຫຼັກໝັ້ນ ແລະ ທັດສະນະຂອງ ອາຊຽນ ແລະ ຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ, ໃນນັ້ນມີການຮັບປະກັນຄວາມປອດໄພ ແລະ ສິດເສລີໃນການເດີນທະເລ; ການບິນ, ແກ້ໄຂການຂັດແຍ່ງໂດຍສັນຕິວິທີຕາມກົດໝາຍສາກົນ.

   ສ່ວນທ່ານນາງປະທານສະພາສູງແບນຊິກ Stephanie D'Hose ໃຫ້ຮູ້ວ່າ: ຄາດວ່າມີມະຕິສະບັບໜຶ່ງຈະໄດ້ຮັບການຮັບຮອງຈາກສະພາຕ່ຳແບນຊິກກ່ຽວກັບການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ຫວຽດນາມ. ທ່ານນາງ Stephanie D’Hose ປາດຖະໜາວ່າ. ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການເດີນທາງຂອງພົນລະເມືອງຂອງສອງປະເທດ ເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ