ປະທານປະເທດ ຫວຽດນາມ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດັກລັກ

ປະທານປະເທດ ຫວຽດນາມ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ດັກລັກ - ảnh 1

ປະທານ​ປະ​ເທດ ຫວຽດນາມ ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ ດັກ​ລັກ

(ພາບ:truongtansang.net)

( vovworld ) ​​​ຕອນ​ບ່າຍ​ວັນ​ທີ 18/3, ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ ດັກ​ລັກກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ​ສັງຄົມ​ປີ 2011 ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ ​ແລະ ປ້ອງ​ກັນຊາ​ດໃນ​ບໍລິ​ເວນ​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ປະທານ​ປະ​ເທດ ຫວຽດນາມ ​ເນັ້ນໜັກ​ວ່າ ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ດັກ​ລັກ ຕ້ອງ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ນະ​ໂຍບາຍ​ທີ່​ດິນ​ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພ້ອມ​ທັງ​​ຕ້ອງ​ປະຕິບັດ​ວຽກ​ງານ​ຮັກສາ ​ແລະ ຂະຫຍາຍ​ປ່າ​ໃຫ້​ເປັນ​ຢ່າງ​ດີ ​ເພື່ອ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ. ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ຖື​ວ່າ ​ແຂວງ​ດັກ​ລັກ ຕ້ອງ​ນຳ​ໃຊ້​ວິທະຍາສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະລິດ​ໂດຍ​ທັນ​ທີ. ອຳ​ນາດ​ການ​ປົກຄອງ ​ແລະ ວິສາຫະ​ກິດ ຕ້ອງ​ໜູນ​ຊ່ວຍ​ປະຊາຊົນໂດຍ​ກົງ ທັງ​ທາງ​ດ້ານ​ທຶນຮອນ, ​ເຕັກນິກ… ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ​ເພີ່ມ​ລາຍຮັບ ປະກອບສ່ວນ​ຮັກສາ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນບັນດາ​ເຜົ່າ​ໃນ​ແຂວງ​ໃຫ້​ເປັນ​ປົກກະຕິ. ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ສະ​ເໜີ​ໃຫ້​ແຂວງ ດັກ​ລັກ ຈົ່ງ​ປະຕິບັດ​ວຽກ​ງານ​ປັບປຸງ​ທົ່ວລະບົບ​ການ​ເມືອງ​ຂັ້ນຮາກ​ຖານ​ໃຫ້​ເປັນ​ຢ່າງ​ດີ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປອ້ງ​ກັນຄວາມ​ສະຫງົບ​ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ

ຂ່າວ/ບົດ​ອື່ນ