ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມນັກສຶກສາ ຫວຽດນາມ ຢູ່ ເບລາຣຸດ

(VOVWORLD) - ກໍ່ໃນຂອບເຂດການຢ້ຽມຢາມ ສ. ເບລາຣຸດ ຢ່າງເປັນທາງການ, ຕອນຄ່ຳວັນທີ 26 ມິຖຸນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະ, ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມ, ນັກສຶກສາ ຫວຽດນາມ ຢູ່ ເບລາຣຸດ. 

ປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບພະນັກງານສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມນັກສຶກສາ ຫວຽດນາມ ຢູ່ ເບລາຣຸດ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖ່າຍຮູບທີ່ລະນຶກກັບລູກຫຼານຊາວ ຫວຽດນາມ ອາໄສຢູ່ ເບລາຣຸດ

ນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ: ສະຖານທູດ ໄດ້ຊາບຊຶມແນວທາງການຕ່າງປະເທດຂອງພັກ ແລະ ລັດ, ອັບເດດສະພາບການພາຍໃນປະເທດເພື່ອຜັນຂະຫຍາຍໜ້າທີ່ພົວພັນຕ່າງປະເທດທັນການ, ເໝາະສົມ ເພື່ອແນໃສ່ຊຸກຍູ້ການຮ່ວມມືທຸກໆດ້ານກັບ ເບລາຣຸດ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ ເບລາຣຸດ ເຖິງວ່າມີຈຳນວນບໍ່ຫຼາຍປານໃດກໍ່ຕາມ ແຕ່ແຕ່ລະຄົນດ້ວຍການກະທຳທີ່ແທດຈິງ ໄດ້ປະກອບສ່ວນໂຄສະນາ ກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ, ນຳ 2 ປະເທດ ຫວຽດນາມ ແລະ ເບລາຣຸດ ຫຍັບມໍ່ເຂົ້າກັນກ່ວາ. ທ່ານປະທານປະເທດ ເຈ່ີນດ້າຍກວາງ, ຖືວ່າ:

        “ເບລາຣຸດ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງພໍ່ແມ່ພີ່ນ້ອງ, ດັ່ງນັ້ນ ພວກເຮົາພະຍາຍາມທຳມາຫາກິນ ແລະ ພັດທະນາເພື່ອມີການດຳລົງຊີວິດທີ່ເປັນປົກກະຕິ ແລະ ປະກອບສ່ວນສ້າງສາບ້ານເກີດເມືອງນອນຂອງຕົນໃນເງື່ອນໄຂທີ່ພໍ່ແມ່ປະຊາຊົນມີຄວາມສາມາດຈະເຮັດໄດ້. ຂ້າພະເຈົ້າໄດ້ຮູ້ວ່າ: ຍາມໃດພໍ່ແມ່ປະຊາຊົນກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ນັບທັງເລື່ອງພວກຫຼານນ້ອຍພະຍາຍາມຮຽນພາສາ ຫວຽດ ກໍ່ແມ່ນການຕັກເຕືອນໃຫ້ພວກເຮົາຄິດຮອດຄິດເຖິງບ້ານເກີດເມືອງນອນ. ຂ້າພະເຈົ້າໄດ້ຍ້ອງຍໍຊົມເຊີຍສິ່ງດັ່ງກ່າວ ແລະ ຕີລາຄາສູງຈິດໃຈຂອງພໍ່ແມ່ປະຊາຊົນທີ່ໄດ້ທຳມາຫາກິນດ້ວຍຄວາມດຸໝັ່ນຂະຫຍັນພຽນ ແລະ ເຊື່ອມຕົວເຂົ້າກັບອຳນາດການປົກຄອງປະເທດປະຈຳຖິ່ນ. ຂ້າພະເຈົ້າຫວັງວ່າ ພໍ່ແມ່ປະຊາຊົນຍາມໃດກໍ່ເສີມຂະຫຍາຍມູນເຊື້ອນັ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ