ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມລາຍການສະແດງສິລະປະ “ບົດເພງໄຊເດືອນ ຕຸລາ”

(VOVWORLD) -  ການປະຕິວັດເດືອນ ຕຸລາ ໄດ້ເຮັດໃຫ້ສອງປະເທດ, 2 ຊາດ ຫວຽດນາມ - ລັດເຊຍ ຫຍັບມໍ່ເຂົ້າໃກ້ກັນກ່ວາ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ແລະ ຍືນຍົງຍາວນານ. 

ປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມລາຍການສະແດງສິລະປະ “ບົດເພງໄຊເດືອນ ຕຸລາ” - ảnh 1 ການວາງສະແດງສິລະປະທີ່ລາຍການ

ເພື່ອເປັນການສະເຫຼີມສະຫຼອງ “100 ປີແຫ່ງວັນການປະຕິວັດເດືອນ ຕຸລາ ລັດເຊຍ”, ຕອນຄ່ຳວັນທີ 2 ພະຈິກ, ໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ), ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສູນ ວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງ ສິລະປະ “ບົດເພງໄຊເດືອນ ຕຸລາ”. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມເຫດການ. ກ່າວຄຳເຫັນໄຂລາຍການ, ທ່ານ ທ້ວນຫືວ, ບັນນາທິການໃຫຍ່ໜັງສືພິມ ເຍີນເຢີນ, ຢັ້ງຢືນວ່າ:

        “ການປະຕິວັດເດືອນ ຕຸລາ ໄດ້ເຮັດໃຫ້ສອງປະເທດ, 2 ຊາດ ຫວຽດນາມ - ລັດເຊຍ ຫຍັບມໍ່ເຂົ້າໃກ້ກັນກ່ວາ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ແລະ ຍືນຍົງຍາວນານ. ປະຊາຊົນ ຫວຽດນາມ ບໍ່ມີວັນຈະຫຼົງລືມການຊ່ວຍເຫຼືອອັນໃຫຍ່ຫຼວງ, ສາຍຈິດມິດໃຈຂອງປະຊາຊົນ ລັດເຊຍ ກ່ອນນີ້ ກໍ່ຄືໃນໄລຍະປະຈຸບັນ. ທ່ານປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: ເດີນຕາມເສັ້ນທາງທີ່ໂດຍ ເລນີນ ຜູ້ນຳທີ່ຍິ່ງໃຫຍ່ໄດ້ວາງອອກ, ເສັ້ນທາງຂອງການປະຕິວັດເດືອນ ຕຸລາ ນັ້ນ, ປະຊາຊົນຈະຍາດໄດ້ໄຊຊະນະອັນໃຫຍ່ຫຼວງ. ດັ່ງນັ້ນ, ການພົວພັນສະໜິດແໜ້ນ ແລະ ຄວາມຮູ້ບຸນຄຸນ ຂອງ ປະຊາຊົນ ຫວຽດນາມ ຕໍ່ການປະຕິວັດ ເດືອນຕຸລາ ທີ່ສະຫງ່າລາສີ, ສຳລັບ ເລນີນ ຜ້ນຳທີ່ຍິ່ງໃຫຍ່ ແລະ ສຳລັບປະຊາຊົນ ໂຊວຽດ ແມ່ນເລິກເຊິ່ງທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ