ປະທານປະເທດ ເຈືອງເຕິ໋ນຊາງ ຍ້ອງຍໍສັນລະເສີນກຳລັງຕຳຫຼວດປະຊາຊົນ

ປະທານປະເທດ ເຈືອງເຕິ໋ນຊາງ ຍ້ອງຍໍສັນລະເສີນກຳລັງຕຳຫຼວດປະຊາຊົນ - ảnh 1
ປະທານ​ປະ​ເທດ​ ​ເຈືອງ​ເຕີ​ນຊາງ ​ເຂົ້າ​ຮ່ວມ​ພິທີ​​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງວັນ
​ປະທານ​ໂຮ່ຈິ​ມິນ​ອອກ​ຄຳ​ສັ່ງສອນ 6 ຂໍ້​ສຳລັບ​ກຳລັງ​ຕຳຫຼວດ​ປະຊາຊົນ
(ພາບ: dangcongsan.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 04/06, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ​ນຊາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງວັນ​ປະທານ​ໂຮ່ຈິ​ມິນ​ອອກ​ຄຳ​ສັ່ງສອນ 6 ຂໍ້​ສຳລັບ​ກຳລັງ​ຕຳຫຼວດ​ປະຊາຊົນ, 65 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມິນ ​ໄດ້​ອອກ​ຄຳຮຽກຮ້ອງ​ແຂ່ງຂັນ​ເພື່ອ​ຮັກສາ​ດ ​ແລະ ຍ້ອງຍໍ​ບັນດາ​ແບບຢ່າງ​ດີ​ເດັ່ນ​ໃນ​ຂະ​ແໜງ​ຕຳຫຼວດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​​ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນ​ງານ​ທີ່​ໃຫຍ່​ຫຼວງ​ເຊິ່ງກຳລັງ​ຕຳຫຼວດ​ປະຊາຊົນ​ບັນລຸ​ໄດ້​ໃນ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມຄຳ​ສັ່ງສອນ 6 ຂໍ້​ຂອງ​ລຸ່ງ​ໂຮ່. ພ້ອມ​ກັນ​ນັ້ນ, ທ່ານ​ປະທານ​ປະ​ເທດ ກໍ​ຢືນຢັນວ່າ ​ໃນ​ສະພາບ​ຄື​ປະຈຸ​ບັນ ຮຽກຮ້ອງ​ໃຫ້​ພະນັກງານ, ນັກຮົບ​ຕຳຫຼວດ​ປະຊາຊົນຍາມ​ໃດ​ກໍ​ຍຶດໝັ້ນຄຸນ​ນະ​ທາດ​ການ​ເມືອງ, ຈົ່ງ​ຮັກ​ພັກດີ​ຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ, ມີ​ຄຸ​ນສົມບັດ​ສິນ​ທຳ​ ປະຕິວັດ, ພິລະ​ອາດ​ຫານ, ກ້າ​ແກ່ນ, ສຳ​ເລັດ​ບົດ​ບາດ​ປັນ​ແກ່ນສານ, ປະຈັນບານ​ໃນ​ພາລະກິດ​ຕໍ່ສູ້ ​ແລະ ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ທົ່ວ​ສັງຄົມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ຊີ້​ແຈ້ງວ່າ:

“ສືບ​ຕໍ່​ຍູ້​ແຮງ, ຈັດ​ຕັ້ງ​ຂະ​ບວນການ “ຕຳຫຼວດ​ປະຊາຊົນ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ 6 ຂໍ້​ຂອງ​ລຸງ​ໂຮ່“ ຕິດ​ພັນ​ກັບ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ເປັນ​ຢ່າງ​ດີ; ກໍ່ສ້າງ​ອົງການ​ພັກ​ໃນ​ກຳລັງ​ຕຳຫຼວດ​ປະຊາຊົນ​ໃຫ້​ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ. ​ເດັດ​ດຽວ, ສະກັດ​ກັ້ນ, ຍູ້​ຄວາມ​​ເສື່ອ​ມທາດ​ເສຍ​ຄູນ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ, ນັກຮົບ​​ໃນ​ກຳລັງຕຳຫຼວດປະຊາຊົນ​ໃຫ້​ຖອຍ​ໄປ “

        ​ແລະກໍ​ທີ່​ພິທີ, ກະຊວງ​ຕຳຫຼວດ​ໄດ້​ຍ້ອງຍໍ, ມອບທຸງ​ແຂ່ງ​ຂັ້ນ​ດີ​ເດັ່ນ​ໃຫ້​ແກ່​ 211 ກົມ​ກອງ, 45 ສ່ວນ​ບຸກຄົນດີ​ເດັ່ນ​ໃນ​ຂະ​ບວນການ “​ຕຳຫຼວດ​ປະຊາຊົນ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມຄຳ​ສັ່ງສອນ 6 ຂໍ້​ຂອງ​ລຸ່ງ​ໂຮ່”.

ຂ່າວ/ບົດ​ອື່ນ