ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເອກອັກຄະລັດຖະທູດ Iraq ເຂົ້າຢ້ຽມອຳລາ

ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເອກອັກຄະລັດຖະທູດ Iraq ເຂົ້າຢ້ຽມອຳລາ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ
ທ່ານເອກອັກຄະລັດຖະທູດ Iraq
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນ​ບ່າຍ​ວັນ​ທີ 21/3, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Faris Al-Ani, ​ເອກ​ອັກຄະ​ລັດຖະທູດ​ Iraq ປະຈຳ​ຫວຽດນາມ​ເຂົ້າ​ຢ້ຽມ​ອຳ​ລາ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ: 2 ປະ​ເທດ​ເພີ່​ມທະວີ​ການ​ພົວພັນ​ຂັ້ນ​ສູງ, ​ແລະ​ມີການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອຊອກ​ຫາ​ມາດ​ຕະການ​ຍົກ​ວົງ​​ເງິນ​ການ​ຄ້າ 2 ຝ່າຍຂຶ້ນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຫວັງ​ວ່າ​ຝ່າຍ Iraq ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ Iraq. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ລັດຖະບານ ​ແລະ ກະຊວງ​ການ​ຕ່າງປະ​ເທດ Iraq ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງ​ສະຖານທູດ​ຫວຽດນາມ​ປະຈຳ Bagdad ​ໂດຍ​ໄວ.

ທ່ານ Faris Al-Ani ຢືນຢັນ​ວ່າ: Iraq ສະໜັບສະໜູນ​ຫວຽດນາມ ​ເປີດ​ສະຖານທູດ​ຫວຽດນາມ ປະຈຳ Bagdad ​ຄືນ​ໃໝ່ໂດຍ​ໄວ, ປະກອບສ່ວນ​ສ້າງ​ຂົວ​ເຊື່ອມ​ຕໍ່​​ການ​ພົວພັນລະຫວ່າງ 2 ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ