ປະທານປະເທດ ເຈືອງເຕີ້ນຊາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງກວດກາ


ປະທານປະເທດ ເຈືອງເຕີ້ນຊາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຂະແໜງກວດກາ - ảnh 1
ໂດຍ​ຕາງ​ໜ້າ​ໃຫ້​ພັກ, ລັດ, ທ່ານ​ປະ​ທານ​ປະ​ເທດ​ເຈືອງເຕີ້ນ​ຊາງ ໄດ້​ມອບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ໜຶ່ງ​ໃຫ້​ແກ່ຂະ​ແໜງກວດ​ກາ​ຫວຽດ​ນາມ

(vovworld)- ຕອນ​ເຊົ້າ​ວັນ​ທີ 21/9, ຢູ່​ຮ່າ​ໂນ້ຍ, ອົງ​ການກວດ​ກາ​ລັດ​ຖະ​ບານ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ ແລະ ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຄັ້ງ​ທີ 4 ຂອງ​ຂະ​ແໜງກວດ​ກາ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງເຕີ້ນ​ຊາງ ສະ​ເໜີ​ພະ​ນັກ​ງານ, ລັດ​ຖະ​ກອນ ຂະ​ແໜງກວດ​ກາ​ຫວຽດ​ນາມ ຈົ່ງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເຕັມ​ສ່ວນ, ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ, ເລັ່ງ​ໃສ່​ປະ​ຕິ​ບັດ​ວຽກ​ງານ​ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ພັກ, ລັດ​ໃນ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ​ກ່ຽວ​ກັບ​ການກວດ​ກາ, ຮ້ອງ​ທຸກ, ຮ້ອງ​ຟ້ອງ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງເຕີ້ນ​ຊາງ ຊີ້​ແຈ້ງວ່າ :

     “ ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ແມ່ນ​ຂົງ​ເຂດ​ທີ່​ສຳ​ຄັນ​ທີ່​ສຸດ ແຕ່​ກໍ​ສັບ​ສົນ​ທີ່​ສຸດ, ມັນ​ຮຽກ​ຮ້ອງ​ໃຫ້ ຂະ​ແໜງກວດ​ກາ​ຫວຽດ​ນາມ​ຕ້ອງ​ມີ​ຄຸນ​ນະ​ທາດ​ໝັ້ນ​ຄົງ, ຕ້ອງ​ມີ​ວິ​ທີ​ແກ້​ໄຂ​ຄົບ​ຊຸດ ແລະ ຂ້ຽວ​ຂາດກວ່າ​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ເພື່ອ​ສະ​ກັດ​ກັ້ນ ແລະ ຍູ້ໄພ​ສໍ້​ລາດ​ບັງຫຼວງ​​ໃຫ້​ຖອຍ​ໄປ. ພ້ອມ​ກັບ​ການ​ສະ​ກັດ​ກັ້ນ, ກໍ​ຕ້ອງ​ຍູ້​ແຮງ​ການ​ຄົ້ນ​ພົບ​ການ​ກະ​ທຳສໍ້​ລາດ​ບັງຫຼວງ​, ຕ້ອງ​ມີ​ວິ​ທີ​ເພື່ອ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ເພື່ອ​ຄົ້ນ​ພົບ, ກ່າວ​ຟ້ອງ​ການສໍ້​ລາດ​ບັງຫຼວງ​. ເມື່ອ​ຄົ້ນ​ພົບ​ສັນ​ຍານ​ທີ່ຢັ້ງ​ຢືນ​ການ​ກະ​ທຳ​ຜິດ ແມ່ນ​ຕ້ອງ​ມອບ​ໃຫ້​ອົງ​ການ​ສືບ​ສວນ ແລະ ຕ້ອງ​ເດັດ​ດຽວ​ຮິບ​ເອົາ​ຊັບ​ສິນ​ຈາກ​ການ​ສໍ້​ລາດ​ບັງຫຼວງ​ ”

     ໂດຍ​ຕາງ​ໜ້າ​ໃຫ້​ພັກ, ລັດ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງເຕີ້ນ​ຊາງ ໄດ້​ມອບຫຼຽນ​ໄຊ​ເອ​ກະ​ລາດ​ຊັ້ນ​ໜຶ່ງ​ໃຫ້​ແກ່ຂະ​ແໜງກວດ​ກາ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ