ປະທານປະເທດ ເຈືອງເຕີ້ນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອຂອງກົມໃຫຍ່ການເມືອງກອງທັບ

 ປະທານປະເທດ ເຈືອງເຕີ້ນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນມູນເຊື້ອຂອງກົມໃຫຍ່ການເມືອງກອງທັບ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ ປະ​ດັບຫຼຽນ​ໄຊ​ໂຮ່​ຈິ​ມິນໃຫ້​ແກ່ກົມ​ໃຫຍ່​ການ​ເມ​ືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ

(vovworld)-  ຕອນ​ເຊົ້າ​ວັນ​ທີ 13/12, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ມູນ​ເຊື້ອ​ຂອງ​ກົມ​ໃຫຍ່​ການ​ເມ​ືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ຕ້ອນ​ຮັບຫຼຽນ​ໄຊ​ໂຮ່​ຈິ​ມິນ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ​ ເນັ້ນ​ໜັກ​ວ່າ  : 

    “ສະ​ພາບ​ການ​ປະ​ຈຸ​ບັນ, ຮຽກ​ຮ້ອງ​ໃຫ້​ຕ້ອງ​ຍູ້​ແຮງ​ການກໍ່​ສ້າງກອງ​ທັບ​ປະ​ຊາ​ຊົນ​ປະ​ຕິ​ວັດ, ເປັນ​ກຳ​ລັງຫຼວງ ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ຖື​ເອົາ​ການກໍ່​ສ້າງ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມ​ືອງ​ເປັນ​ພື້ນ​ຖານ; ພ້ອມ​ທັງ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ກົມ​ໃຫຍ່​ການ​ເ​ມືອງ ແລະ ຖັນ​ແຖວ​ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ເມືອງ​ໃນ​ທົ່ວ​ກອງ​ທັບ​.​ກົມ​ໃຫຍ່​ການ​ເມ​ືອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມຄວນ​ສືບ​ຕໍ່​ຊາບ​ຊຶມ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ, ຂອງ​ການ​ເຄື່ອນ​ໄຫວ​ວຽກ​ງານ​ພັກ, ວຽກ​ງານ​ການເມື​ອງຊຶ່ງ​ທາດ​ແທ້​ຂອງ​ມັນ ແມ່ນ​ການ​ເຄື່ອນ​ໄຫວ​ນຳ​ພາ​ຂອງ​ພັກ​ທີ່​ມີ​ຕໍ່​ກອງ​ທັບ, ປະ​ສິດ​ທິ​ຜົນ ແລະ ປະ​ສິດ​ທິ​ພາບ​ຂອງວຽກ​ງານ​ພັກ, ວ​ຽກ​ງານ​ການ​ເມືອງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍນັ້ນ, ການ​ນຳ​ພາ​ທຸກ​ດ້າ​ນ​ຂອງ​ພັກ​ທີ່​ມີ​ຕໍ່​ກອງ​ທັບ​ຈະ​ໄດ້​ຮັບ​ການ​ປັບ​ປຸງ​ ແລະ ເພີ່ມ​​ທະ​ວີຢ່າງບໍ່​ຢຸດຢັ້ງ ”

ຂ່າວ/ບົດ​ອື່ນ