ປະທານປະເທດ ເຈືອນເຕີນຊາງ ເຂົ້າຮ່ວມພິທີໄຂ Festival ທະເລ 2013 - ຍາຈາງ ຈຸດນັດພົບ

ປະທານປະເທດ ເຈືອນເຕີນຊາງ ເຂົ້າຮ່ວມພິທີໄຂ Festival ທະເລ 2013 - ຍາຈາງ ຈຸດນັດພົບ - ảnh 1
(Festival ທະ​ເລ 2013 - ຍາ​ຈາງຈຸດ​ນັດ​ພົບ)

(vovworld) - ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອ​ນ​ເຕີນ​ຊາງ ​ໄດ້​ເຂົ້າຮ່ວມ​ພິທີ​ໄຂ “Festival ທະ​ເລ 2013 - ຍາ​ຈາງຈຸດ​ນັດ​ພົບ” ຖື​ກດຳ​ເນີນ​ໄປ​ເມື່ອ​ຕອນ​ຄໍ່າ​ວັນ​ທີ 08/06, ຢູ່​ນະຄອນ​ຍາ​ຈາງ, ​ແຂວງ​ແຄ໋ງຮ່ວາ. ດ້ວຍ​ຫົວ​ຂໍ້​ວ່າ “ສຽງ​ກັງວານຂອງ​ທະ​ເລ”. Festival ທະ​ເລ - ຍາ​ຈາງຈຸດ​ນັດ​ພົບ ​ໄດ້​ຈັດ​ຂຶ້ນ 2 ປີ​ເທື່ອ​ໜຶ່ງ, ​ເລີ່​ມ​ແຕ່​ປ​ີ 2003 ມາ​ຮອດ​ປະຈຸ​ບັນ, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ​ແຄ໋ງຮ່ວາ ​ໂຄສະນາ​ຄວາມ​ສາມາດ​ບົນ​ຊ້​ອນ, ທ່າ​ແຮງ​ດ້ານ​ເສດຖະກິດ, ວັດທະນະທຳ, ທ່ອງ​ທ່ຽວ, ພ້ອມ​ທັງ​ຮຽກຮ້ອງ, ດຶງ​ດູດບັນດາ​ນັກ​ລົງທຶນຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ຮວ່າງ​ຕ໋ວນ​ແອ​ງ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ແຂວງ​ແຄ໋ງຮ່ວາ ຈັດ​ຕັ້ງ​ບັນດາ​ເຫດການ​ມຸ່ງ​ໄປ​ເຖິງ​ທະ​ເລ,ໝູ່​ເກາະ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົນ, ຮັກສາລະດັບ​ພັດທະນາ​ເສດ​ຖະກິດ​ຢ່າງ​ວ່າງ​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ​ທະ​ເລ, ປະກອບສ່ວນ​ສຳຄັນເຂົ້າ​ໃນ​ຜົນງານ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດນາມ. ​ ທ່ານ​ ຮວ່າງ​ຕ໋ວນ​ແອ​ງ ກ່າວ​ວ່າ.

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ແຂວງ ​ແຄ໋ງຮ່ວາ ​ແລະ ບັນດາ​ເຂດ​ແຄມ​​ແມ່​ນ້ຳ​ທະ​ເລ​ຕອນ​ໄຕ້​ພາກ​ກາງ ສືບ​ຕໍ່​ມີ​ກົນ​​ໄກ, ນະ​ໂຍບາຍ​ທີ່ດູດ​ດື່ມໃຈ ​ເພື່ອ​ດຶງ​ດູດ​ບັນດາ​ແຫຼ່ງ​ເງິນລົງທຶນ, ສຸມ​ໃສ່​ພັດທະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ, ທະ​ເລໝູ່​ເກາະ, ຮາກ​ຖານ​ການ​ບໍລິການ​ທ່ອງ​ທ່ຽວມີ​ຄຸນ​ນະພາ​ບສູງ, ​ເຊື່ອ​ມຕໍ່ ​ແລະ ​ເສີມ​ຂະ​ກຍາຍ​ບັນດາ​ຄຸນຄ່າ​ມໍລະດົກ​ວັດທະນະທຳ​ໃນ​ການ​ພັດທະນາ​ການທ່ອງທ່ຽວ, ຍູ້​ແຮງ​ວຽກ​ງານ​​ໂຄສະນາ​ສົ່ງ​ເສີມ ​ແລະ ​ຮ່ວມ​ສຳພັນລະຫວ່າງ​ເຂດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ, ຄວບ​ຄຸມ​ຄຸນ​ນະພາ​ບການ​ບໍລິການ ​ແລະ ຄຸ້ມ​ຄອງ​ສະຖານ​ທີ່​ທ່ອງ​ທ່ຽວ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ”.

        ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 09/06, ຢູ່​ນະຄອນ​ຢາ​ຍາງ, ​ແຂວງ​ແຄ໋ງຮ່ວາ, ສຳນັກງານ​ປະຈຳ​ເຂດ​ພາກ​ກາງຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ວິທະຍາ​ໂທລະພາບ​ແຂວງ​ແຄ໋ງຮ່ວາ ​ໄດ້​ຈັດການ​ໂອ້​ລົມສົນທະນາ​ດ້ວຍ​ຫົວ​ຂໍ້​ວ່າ “ຕິດ​ພັນ​ການ​ປົກ​ປັກ​ຮັກສາ​ທະ​ເລກັບ​ການ​ພັດທະນາ​ການທ່​ອງທ່ຽວ​ຢ່າງ​ໝັ້ນຄົງ”. ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​​ໄດ້​ປຶກສາ​ຫາລືຍົກ​ອອກ​ມາດ​ຕະການ​ແກ້​ໄຂ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ຍົກ​ສູງ​ລາຍຮັບ​ໃຫ້​ແກ່​ປະຊາຊົນ​ທີ່​ດຳລົງ​ຊີວິດ​ຢູ່ພາຍ​ໃນ​ເຂດ​ອະນຸລັກ​ທະ​ເລ; ບັນດາ​ປັດ​ໃຈ​ຄາດ​ຄວາມ​ໝັ້ນຄົງ​ຂອງ​ການ​ພັດທະນາການທ່ອງທ່ຽວ​ຕິດ​ພັນ​ກັບ​ທະ​ເລ​ຢ່າງ​ວ່າງ​ໄວ. ຕາມ​ທ່ານ ​ເລ​ຊວນ​ເທີນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແຄ໋ງຮ່ວາ ​ແລ້ວ, ​ເພື່ອ​ພັດ​ທະ​ນາ​ການທ່ອງທ່ຽວ​ຢ່າງ​ໝັ້ນຄົງ ວຽກ​ງານ​ຄຸ້ນ​ຄອງ​ຂອງ​ລັດ​ຕ້ອງ​ກຳນົດ​ໄດ້​ຈຸດໝາຍ, ​ແຜນການ​ບັນດາ​ນະ​ໂຍບາຍ​ຢ່າງ​ລະອຽດ ​ເພື່ອ​ຫຼີກ​ລ້ຽງ​ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ເສດຖະກິດ​ທ່ອງ​ທ່ຽວ ​ແລະ ບັນດາ​ຂະ​ແໜງ​​ເສດຖະກິດ​ອື່ນໆ. ​ໃນ​ນັ້ນ​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວສວມ​ບົດບາດ​ສຳຄັນ.
ຂ່າວ/ບົດ​ອື່ນ