ປະ​ທານ​ປະ​ເທດ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ - ຮັບ​ວັກ​ຊິນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ

(VOVWORLD) -ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ໜຶ່ງໃນບັນດາໝາກຜົນທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານປະທານປະເທດ ຄັ້ງນີ້ ແມ່ນຍາດແຍ່ງໄດ້ການສະໜັບສະໜູນຈາກປະຊາຄົມສາກົນຢ່າງມີປະສິດທິຜົນ, ພິເສດແມ່ນສຳລັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. 
ປະ​ທານ​ປະ​ເທດ  ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ - ຮັບ​ວັກ​ຊິນ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ - ảnh 1 ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເປັນສັກຂີພິຍານພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN)

ຕອນຄ່ຳວັນທີ 25 ກັນຍາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ຮ່າໂນ້ຍ), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນສັກຂີພິຍານພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 ທີ່ໄດ້ຂົນສົ່ງມາຫວຽດນາມດ້ວຍເຮືອບິນຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພາຍຫຼັງການຢ້ຽມຢາມ ກູບາ ຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່, ສປຊ ຊຸດທີ 76 ແລະ ປະຕິບັດບັນດາການເຄື່ອນໄຫວສອງຝ່າຍຢູ່ ນິວຢອກ, ອາເມລິກາ (ແຕ່ວັນທີ 18 – 24 ກັນຍາ 2021).

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ຢັ້ງຢືນວ່າ ໜຶ່ງໃນບັນດາໝາກຜົນທີ່ພົ້ນເດັ່ນ ແລະ ແທດຈິງທີ່ສຸດໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານປະທານປະເທດ ຄັ້ງນີ້ ແມ່ນຍາດແຍ່ງໄດ້ການສະໜັບສະໜູນຈາກປະຊາຄົມສາກົນຢ່າງມີປະສິດທິຜົນ, ພິເສດແມ່ນສຳລັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ຫວຽດນາມ ໄດ້ຮັບຄຳໝັ້ນສັນຍາ ແລະ ການສະໜັບສະໜູນຢ່າງແຮງຈາກບັນດາປະເທດ, ບັນດາຄູ່ຮ່ວມມືສາກົນ, ບັນດາບໍລິສັດຕ່າງປະເທດ.

ນອກຈາກວັກຊິນກັນພະຍາດໂຄວິດ - 19 Abdala ຂອງ ກູບາ ຈຳນວນ 1,05 ລ້ານໂດສ ທີ່ໄດ້ຂົນສົ່ງມາ ຫວຽດນາມ ແລ້ວ, ບັນດາປະເທດ ແລະ ຄູ່ຮ່ວມມື ຍັງໃຫ້ຄຳໝັ້ນສັນຍາຈະຊ່ວຍເຫຼືອ ແລະ ສະໜອງວັກຊິນຈຳນວນກວ່າ 1,5 ລ້ານໂດສ ໃຫ້ແກ່ ຫວຽດນາມ; ອາເມລິກາ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອວັກຊິນຈຳນວນຫຼາຍໃຫ້ແກ່ ຫວຽດນາມ ຜ່ານກົນໄກ COVAX ໃນການຈັດແບ່ງຄັ້ງຕໍ່ໄປ. ສະເພາະ ບໍລິສັດ Pfizer ໄດ້ໃຫ້ຄຳໝັ້ນສັນຍາວ່າ ພາຍໃນປີ 2021 ນີ້ ຈະສົ່ງວັກຊິນໃຫ້ຄົບຕາມຈຳນວນ 31 ລ້ານໂດສ ທີ່ໄດ້ລົງນາມກັບ ຫວຽດນາມ ແລະ ວັກຊິນ20 ລ້ານ ໂດສໃຫ້ແກ່ເດັກ ເມື່ອມີເອກະສານຢັ້ງຢືນປະສິດທິຜົນ ແລະ ຄວາມປອດໄພຢ່າງຄົບຖ້ວນ. ນອກຈາກວັກຊິນແລ້ວ, ຫຼາຍຄູ່ຮ່ວມມືຍັງໃຫ້ການຊ່ວຍເຫຼືອກ່ຽວກັບວັດຖຸອຸປະກອນການແພດ ດ້ວຍມູນຄ່າ 8,8 ລ້ານ USD ແລະ ຊາວ ຫວຽດນາມ ຢູ່ຕ່າງປະເທດກໍໃຫ້ການຊ່ວຍເຫຼືອເຄື່ອງຊ່ວຍຫາຍໃຈຈຳນວນ 1.000 ເຄື່ອງ./.

ຕອບກັບ

ຂ່າວ/ບົດ​ອື່ນ