ປະ​ທາ​ນ​ປະ​ເທດ: ເມືອງ​ຕຸຍ​ເຟືອກ​ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບິ່ງດິ່ງ ມີ 84 ໃນຈຳນວນ 113 ຕາແສງບັນລຸມາດຖານຊົນນະບົດໃໝ່, ຢູ່ລະດັບສູງເມື່ອທຽບໃສ່ກັບທົ່ວປະເທດ. ທ່ານເນັ້ນໜັກວ່າໃນໄລຍະຈະມາເຖິງ.
ປະ​ທາ​ນ​ປະ​ເທດ: ເມືອງ​ຕຸຍ​ເຟືອກ​ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ - ảnh 1ທ່ານປະທານປະເທດມອບບັງຢັ້ງຢືນບັນລຸມາດຖານຊົນນະບົດໃໝ່ໃຫ້ແກ່ການນຳເມືອງຕຸຍເຟືອກ (ພາບ: VOV)

ໂດຍສືບຕໍ່ໂຄງການປະຕິບັດງານຢູ່ແຂວງບິ່ງດິ້ງ, ຕອນເຊົ້າວັນທີ 16 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີປະກາດເມືອງຕຸຍເຟືອກ ບັນລຸມາດ ຖານຊົນນະບົດໃໝ່. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບິ່ງດິ່ງ ມີ 84 ໃນຈຳນວນ 113 ຕາແສງບັນລຸມາດຖານຊົນນະບົດໃໝ່, ຢູ່ລະດັບສູງເມື່ອທຽບໃສ່ກັບທົ່ວປະເທດ. ທ່ານເນັ້ນໜັກວ່າໃນໄລຍະຈະມາເຖິງ, ເມືອງຕຸຍເຟືອກ ຄວນຄວາມສາມັກຄີ, ມີຫົວຄິດປະດິດສ້າງ, ຕັດສິນໃຈຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນກ່ວາອີກ. ທ່ານກ່າວວ່າ:

        ຂ້າພະເຈົ້າຫວັງວ່າ ເມືອງຕຸຍເຟຶອກກໍ່ມີຄວາມຄາດຫວັງພັດທະນາເພື່ອນຳເມືອງກ້າວຂຶ້ນພ້ອມກັບບັນດາເມືອງຊົນນະບົດທີ່ກ້າວໜ້າຂອງຫວຽດນາມ. ຕາມນັ້ນແລ້ວ, ຕ້ອງມີຄວາມຄາດຫວັງໃໝ່ໃນນັ້ນ ມີບັນຫາຫັນປ່ຽນໂຄງປະກອບເສດຖະກິດຢ່າງແຮງ ແລະ ພິເສດແມ່ນນຳໃຊ້ວິທະຍາສາດເຕັກໂນໂລຢີໂດຍສະເພາະແມ່ນ ເຕັກໂນໂລຢີ 4.0, ກະສິກຳດີຈີຕອນ, ຄຸ້ມຄອງຊຸມຊົນແບບດີຈີຕອນເພື່ອຮັບໃຊ້ປະຊາຊົນໃຫ້ດີກ່ວາອີກ. ເມືອງ ຕຸຍເຟືອກ ຕ້ອງກາຍເປັນເມືອງຊົນນະບົດ ໃໝ່ເປັນແບບຢ່າງ, ເມືອງຊົນນະບົດໃໝ່ລະດັບສູງຂອງ ຫວຽດນາມ.

ຕາມນັ້ນແລ້ວ, ປະທານປະເທດສະເໜີໃຫ້ເມືອງ ຕຸຍເຟືອກ ຄວນມີແຜນການຢ່າງລະອຽດ ດ້ວຍຂັ້ນຕອນທີ່ເໝາະສົມ, ເອົາໃຈໃສ່ຮັກສາສະພາບແວດລ້ອມທຳມະຊາດ ແລະ ສະພາບແວດລ້ອມສັງຄົມໃຫ້ແຫ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ