ປະທານປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບ່າເຣື້ຍ - ວູງເຕົ່າ

ປະທານປະເທດຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບ່າເຣື້ຍ - ວູງເຕົ່າ - ảnh 1
( ທ່ານ​ປະທານ​ປະ​ເທດ Truong Tan Sang )

( vovworld ) -   ວັນ​ທີ 28/6, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ​ບ່າ​ເຣື້ຍ - ວູງ​ເຕົ່າ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົ​ມ ​ແລະ ຮັບ​ປະກັນການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວັນ​ແຂວງ. ກ່າວຄຳ​ເຫັນ​ທີ່​ການ​​ເຮັດ​ວຽກກັບພະນັກງານ​ຫຼັກ​​ແຫຼ່ງ​ແຂວງບ່າ​ເຣື້ຍ - ວູງ​ເຕົ່າ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ ແຂວງບ່າ​ເຣື້ຍ - ວູງ​ເຕົ່າ ຄວນມີ​ການ​ຄິດ​ໄລ່​ຢ່າງ​ລະອຽດ​ໃນ​ວຽກ​ງານວາງ​ແຜນ​ກຳນົດ​ພັດທະນາ​ທ່າ​ກຳ​ປັ່ນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ທ່າ​ແຮງ​ພັດທະນາ​ຂອງ​ແຂວງ​ເທົ່າ​ນັ້ນ ຫາກ​ຍັງຂອງ​​ເຂດ ​ແລະ ປະ​ເທດອີກ​ດ້ວຍ.

ຂ່າວ/ບົດ​ອື່ນ