ປະທານປະເທດຫວຽດນາມ ວໍ້ວັນເຖືອງຕ້ອນຮັບ ພະມະເຫສີ ແບນຊິກ Mathilde

(VOVWORLD) -ທ່ານປະທານປະເທດຫວຽດນາມ ວໍ້ວັນເຖືອງ ຢືນຢັນວ່າ: ຍາມໃດຫວຽດນາມ ຖື ແບນຊິກ ແມ່ນຄູ່ຮ່ວມມືສຳຄັນຂອງສະຫະພາບ ເອີລົບ (ອີຢູ) ແລະ ປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ແບນຊິກ
ປະທານປະເທດຫວຽດນາມ ວໍ້ວັນເຖືອງຕ້ອນຮັບ ພະມະເຫສີ ແບນຊິກ Mathilde - ảnh 1

ປະທານປະເທດ ວໍ້ວັນເຖືອງ ແລະ ພະມະເຫສີ ແບນຊິກ Mathilde

       ຕອນບ່າຍວັນທີ 9/5, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ວໍ້ວັນເຖືອງໄດ້ໃຫ້ການຕ້ອນຮັບ ພະມະເຫສີ ແບນຊິກ Mathilde , ປະທານກິຕິມະສັກ ກອງທຶນເດັກສະຫະປະຊາຊາດ (UNICEF) ແບນຊິກ ຊຶ່ງພວມຢ້ຽມຢາມຫວຽດນາມ, ທ່ານປະທານປະເທດຫວຽດນາມ ວໍ້ວັນເຖືອງ ຢືນຢັນວ່າ: ຍາມໃດຫວຽດນາມ ຖື ແບນຊິກ ແມ່ນຄູ່ຮ່ວມມືສຳຄັນຂອງສະຫະພາບ ເອີລົບ (ອີຢູ) ແລະ ປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ແບນຊິກ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີສູງ. ກະສິກຳ, ການຮັບມືຕໍ່ການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ.

ທ່ານປະທານປະເທດ ປາດຖະໜາວ່າ ແບນຊິກ ແລະ UNICEF ສືບຕໍ່ຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາໂຄງການໃນການເບີ່ງແຍງ ແລະ ປົກປ້ອງ ເດັກ, ນັບທັງການສ້າງນະໂຍບາຍ ນິຕິກຳ ແລະ ນັບທັງແຫຼ່ງເງິນລົງທຶນໃນບັນດາພື້ນຖານດ້ານວັດຖຸໃນຂົງເຂດການແພດ ແລະ ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ