ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂັວນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ

(VOVWORLD) -        ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 46 ປີ (ວັນທີ 30 ເມສາ 1975 – 30 ເມສາ 2021), ຕອນບ່າຍວັນທີ 29 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ.
ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂັວນ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ (ພາບ: kinhtedothi.vn)

   ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍຈົດຈຳ ແລະ ຈາລຶກບຸນຄຸນອັນລົ້ນເຫຼືອຂອງບັນດານັກຮົບວິລະຊົນ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ ທີ່ໄດ້ປະກອບເລືອດເນື້ອເຫື່ອແຮງຂອງຕົນເຂົ້າໃນພາລະກິດແຫ່ງການປົດປ່ອຍ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍໄດ້ຕັກເຕືອນການນຳນະຄອນ ຮ່າໂນ້ຍ ແລະ ອຳນາດການປົກຄອງທ້ອງຖິ່ນ ປະຕິບັດວຽກງານເບິ່ງແຍງດູແລໃຫ້ຜູ້ມີຄຸນງາມຄວາມດີໃນບໍລິເວນນະຄອນໃຫ້ເປັນຢ່າງດີ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດານັກຮົບວິລະຊົນ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ. ປະທານປະເທດກໍສະແດງຄວາມປາດຖະໜາວ່າ ບັນດາຄອບຄົວເປົ້າໝາຍນະໂຍບາຍຈະເປັນຄອບຄົວແບບຢ່າງ, ປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວ, ຂະບວນການສ້າງນະຄອນຫຼວງໃຫ້ນັບມື້ນັບສວຍງາມ, ຮັ່ງມີ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ