ປະທານປະເທດຫວຽດນາມ ເຂົ້າຮ່ວມວາລະປະຊຸມຄະນະຊີ້ນຳການປະຕິ​ຮູບດ້ານ​ຕຸລາການ​ສູນ​ກາງ​

ຕອນ​ເຊົ້າວັນ​ທີ 22/12, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ການປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງທີ 3 ຊື່​ງ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​​ແຜນຮ່າງ 2 ​ໂດຍ​ອົງການ​ໄອ​ຍະ​ການ​ສູງ​ສຸດ​ສ້າງ​ຂຶ້ນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ, ຫົວໜ້າຄະນະ​ຊີ້​ນຳ​ການຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ ​ສະ​ເໜີ​ໃຫ້​ບັນດາ​ຜູ້​ແທນ ຈົ່ງ​ໃຫ້​ຄຳ​ເຫັນ​ໃນ​ເບື້ອງ​ຕົ້ນກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ແຜນ​ຮ່າງ 2 ສະບັບ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບັນຫາ​​ໃໝ່​ເມື່ອ​ທຽບ​ກັບ​ຮູບ​ແບບ​ການ​ດຳ​ເນີນ​ຄະດີ​ປະຈຸ​ບັນ, ບັນດຂໍ້​ສະ​ເໜີ​ກ່ຽວ​ກັບ​ທັດສະນະ ​ແລະ​ທິດ​ທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສ້າງ​ອົງກາ​ນ​ໄອ​ຍະ​ການ​ສຳ​ເລັດ, ຕອບສະໜອງ​ຄຳ​ຮຽກຮ້ອງຕ້ອງການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດນິຕິບັນຍັດ​ສັງຄົມ​ນິຍົມ.

ຂ່າວ/ບົດ​ອື່ນ