ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານແຕ່ງຕັ້ງ

(VOVWORLD) -ຕອນເຊົ້າວັນທີ 17 ພຶດສະພາ, ທີ່ທຳນຽບປະທານປະເທດ, ເອກອັກຄະລັດຖະທູດສະຫະລັດອາຣັບເອມມີເລດ (UAE), ເອກອັກຄະລັດຖະທູດ ໂມຊຳບິກ ແລະ ເອກອັກຄະລັດຖະທູດສ.ເກົາຫຼີ ເຂົ້າຍື່ນສານແຕ່ງຕັ້ງເຖິງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ.
ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານແຕ່ງຕັ້ງ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງຕ້ອນຮັບ ທ່ານ Obaid AI Dhaheri ເອກອັກຄະລັດຖະທູດສະຫະລັດອາຣັບເອມມີເລດ

ການຕ້ອນຮັບ ທ່ານ Obaid AI Dhaheri ເອກອັກຄະລັດຖະທູດສະຫະລັດອາຣັບເອມມີເລດ (UAE), ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບຫຼາຍດ້ານກັບ UAE ແລະ ຍາມໃດກໍປາດຖະໜາຢາກຍູ້ແຮງການຮ່ວມມືກັບ UAE ຄື ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ສູ້ຊົນຍົກວົງເງິນການຄ້າສອງສົ້ນຂຶ້ນເຖິງ 10 ຕື້ USD ໃນ 2, 3 ປີທີ່ຈະມາເຖິງ.

ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານແຕ່ງຕັ້ງ - ảnh 2ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ໂມຊຳບິກ Leonardo Penne

ຊົມເຊີຍ ໂມຊຳບິກ ທີ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ ແລະ ຮັກສາການພັດທະນາເສດຖະກິດຢູ່ໃນລະດັບສູງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ ໃນອາຍຸການປະຕິບັດງານຂອງຕົນ, ທ່ານເອກອັກຄະລັດຖະທູດ ໂມຊຳບິກ Leonardo Penne ຈະເສີມຂະຫຍາຍບົດບາດ, ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ໂມຊຳບິກ ເວົ້າສະເພາະ ແລະ ບັນດາປະເທດອາຟິຼກາເວົ້າລວມ ໃຫ້ນັບມື້ນັບພັດທະນາ.

        ທີ່ການຕ້ອນຮັບທ່ານ Kim – Do – Hyon ເອກອັກຄະລັດຖະທູດສ.ເກົາຫຼີ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ສືບຕໍ່ພັດທະນາໃນຫຼາຍຂົງເຂດຢ່າງແຮງ. ທ່ານປະທານປະເທດຖືວ່າ ເລື່ອງເປີດກວ້າງ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງນັ້ນ ແມ່ນເໝາະສົມກັບຄວາມຕ້ອງການຕົວຈິງກໍຄືຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ