ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານກຸ່ມບໍລິສັດSembcorpແລະປະທານກຸ່ມບໍລິສັດAscendas -Singbridge

ປະທານປະເທດເຈີ່ນດ້າຍກວາງຕ້ອນຮັບປະທານກຸ່ມບໍລິສັດSembcorpແລະປະທານກຸ່ມບໍລິສັດAscendas -Singbridge - ảnh 1
ທ່ານປະທານ​ທັງ​ເປັນ​ຜູ້​ອຳນວຍ​ການ​ຝ່າຍບໍລິຫານ​ກຸ່ມ​ບໍລິສັດ Sembcorp ​​
 
Tang Kin Fei ແລະ ທ່ານປະທານ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ

(vovworld) –  ​ໃນ​ຂ​ອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດ​ຖະກິດ ສິງ​ກະ​ໂປ, ຕອນ​ບ່າຍ​ວັນ​ທີ 29/8, ທ່ານ​ປະທານ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ ​ໄດ້​​ໃຫ້ການຕ້ອນຮັບ​ທ່ານ Tang Kin Fei, ປະທານ​ທັງ​ເປັນ​ຜູ້​ອຳນວຍ​ການ​ຝ່າຍບໍລິຫານ​ກຸ່ມ​ບໍລິສັດ Sembcorp ​​ແລະ​ ທ່ານ Wong Kan Seng, ປະທານ​ກຸ່ມ​ບໍລິສັດ Ascendas –Singbridge. ທີ່​ການ​ຕ້ອນຮັບທ່ານ Tang Kin Fei, ປະທານ​ກຸ່ມ​ບໍລິສັດ Sembcorp, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ຢັ້ງຢືນ​ຈະ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ກຸ່ມ​ບໍລິສັດ​ຜັນ​ຂະຫຍາຍ​ແນວ​ຄວາມ​ຄິດ​ລົງທຶນ​ເຂົ້າ​ໂຄງການ​ສວນສາທາລະນະ​ຫົວຄິດ​ປະ​ດິດສ້າງ. ທ່ານ​ປະທານ​ປະ​ເທດ ​ໃຫ້​ຮູ້​ວ່າ: ຫວຽດນາມ ສະໜັບ​ສະ​ໜູນ​ເລື່ອງ Sembcorp ສືບ​ຕໍ່​ຜັນ​ຂະຫຍາຍ​ໂຄງການ​ໂຮງງານ​ໄຟ​ຟ້າ ຕົວ​ບີນອາຍ​ແກັດປະສົມ ​ແລະ ຊົມ​ເຊີຍ Sembcorp ​ໄດ້ລົງທຶນ​ເຂົ້າ​ບັນດາ​ໂຄງການ​ພະລັງງານຜະ​ລິດ​ຄືນ​ໃໝ່​ໃນ​ຍຸດ​ທະ​ສາ​ດພັດທະນາ​ພະລັງງານ​ແຫ່ງ​ຊາດ.

        ​ໃນ​ການ​ຕອນ​ຮັບ​ທ່ານ Wong Kan Seng, ປະທານ​ກຸ່ມ​ບໍລິສັດ Ascendas –Singbridge, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃຫ້​ຮູ້​ວ່າ: ຫວຽດນາມ​ພວມ​ມານະ​ພະຍາຍາມ​ໃນ​ການ​ສ້າງ​ລັດຖະບານ​ກະຈ່າງ​ແຈ້ງ​ ​ແລະ ​ປອດ​ໄສ, ຜ່ານ​ນັ້ນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​​ໃຫ້ສະດວກ ​ແລະ ​ເໝາະ​ສົມ​ກັບ​ບັນດາ​ມາດຕະຖານ​ສາກົນ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ລົງທຶນ​ສາກົນ​ເວົ້າ​ລວມ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ລົງທຶນ ສິງ​ກະ​ໂປ.


ຂ່າວ/ບົດ​ອື່ນ