ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສະໂລວາກີແລະເອກອັກຄະທູດໂອຕາລິດເຂົ້າຢ້ຽມອຳລາ

(VOVWORLD) -ຕອນບ່າຍວັນທີ 29 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສະໂລວາກີ Igor Pacolak ແລະ ທ່ານເອກອັກຄະລັດຖະທູດໂອຕາລິດ Thomas Loidl, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ຫວຽດນາມ.

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດສະໂລວາກີແລະເອກອັກຄະທູດໂອຕາລິດເຂົ້າຢ້ຽມອຳລາ - ảnh 1(ທ່ານປະທານປະເທດ ເຈີນດ້າຍກວາງ

ຕ້ອນຮັບທ່ານເອກອັກຄະລັດຖະທູດສະໂລວາກີ Igor Pacolak)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສະໂລວາກີ Igor Pacolak, ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ, 2 ຝ່າຍຕ້ອງມານະພະຍາຍາມເສີມຂະຫຍາຍບົດບາດຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດຫວຽດນາມ - ສະໂລວາກີ ກວ່າອີກ. ພ້ອມທັງເພີ່ມທະວີການແລກປ່ຽນຄະນະຜູ້ແທນບັນດາກະຊວງ, ຂະແໜງການ, ບັນດາຄະນະວິສາຫະກິດ, ຊຸກຍູ້ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ສູ້ຊົນຍົກສູງວົງເງິນການຄ້າ 2 ສົ້ນໃນຊຸມປີຈະມາເຖິງ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດໂອຕາລິດ Thomas Loidl, ທ່ານປະທານປະເທດ ເຈີນດ້າຍກວາງ ສະເໜີໃຫ້ 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນການຢ້ຽມຢາມຂັ້ນສູງ ແລະ ສືບຕໍ່ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂອຕາລິດ (01 ທັນວາ 1972 – 01 ທັນວາ 2017).

ຕອບກັບ

ຂ່າວ/ບົດ​ອື່ນ