ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຢູ່ແຂວງນີງບີ່ງ

ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມພິທີເປີດສະຫຼອງໂຮງຮຽນຢູ່ແຂວງນີງບີ່ງ - ảnh 1

​​​​​ປະທານ​ປະ​ເທດ​ເຈີ່ນ​ດ້າຍ​ກວາງ​ເຂົ້າ​ຮ່ວມ​ພິທີ​ເປ​ີດສະຫຼອງ​ໂຮງຮຽນ​ຢູ່​ແຂວງ​ນີງບີ່ງ

(ພາບ:Nhan Sáng/ສຳນັກຂ່າວສານ ຫວຽດນາມ)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/8, ຢູ່​ເມືອງ ກິມ​​ເຊີນ, ​ແຂວງ ນີງບິ່ງ, ​ໄດ້​ຈັດ​ຕັ້ງ​ພິທີ​ເປີດສະຫຼອງ​ໂຮງຮຽນ 2 ​ແຫ່ງ​ນັ້ນ​ແມ່ນ ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ກິມ​ເຊີນ A ​ແລະ ກິມ​ເຊີນ B. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ຕີ​ລາຄາ​ສູງ​ອຳ​ນາດການ​ປົກຄອງ​ແຂວງ ນີງບີ່​ງ, ​ເມືອງ ກິ​ມ​ເຊີ​ນ, ກໍ່​ຄື​ບັນດາຜູ້​ໃຈ​ບຸນ​ໃຈ​ກຸ້ສົນ​ໃນ​ຊຸມ​ປີຜ່ານມາ​ໄດ້​ມານະ​ພະຍາຍາມ​ຍົກລະດັບ​ພື້ນຖານ​​ໂຄງ​ລ່າງ​ດ້ານ​ວັດ​ຖຸຮັບ​ໃຊ້​ໃຫ້​ແກ່​ບັນດາ​ຈຸດໝາຍ​ການ​ສຶກສາ​ຂອງ​ທ້ອງ​ຖິ່ນ ​ແລະ ຄວາມ​ຕ້ອງການ​ຮ່ຳຮຽນ, ການ​ສອນ​ຂອງ​ບັນດາ​ຄູ​ສອນ, ບັນດາ​ນັກຮຽນ, ​ເຖິງ​ວ່າ​ເງື່ອນ​ໄຂ​ຂອງ​ແຂວງ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​. ທ່ານ​ປະທານ​ປະ​ເທດ ຢັ້ງຢືນ​ວ່າ: ​ເລື່ອງ​ເອົາ​ໃຈ​ໃສ່​ຮຽກ​ຮ້ອງ​ການ​ລົງທຶນ​ເຂົ້າ​ບັນດາ​ຮາກ​ຖານ​ດ້ານ​ວັດ​ຖຸຮັບ​ໃຊ້​ວຽກ​ງານ​ຮ່ຳຮຽນ, ສິດສອນ​ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ແຂວງ ນີງບີ່​ງ, ​ເມືອງ ກິມ​​ເຊີນ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍົກ​ລະດັບ​ຄຸນ​ນະພາ​ບວຽກ​ງານ​ການ​ສຶກສາ, ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ບຳລຸງ​ສ້າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ແຂວງ ນີງບິ່ງ ​ໃນ​ໄລຍະ​ຈະ​ມາ​ເຖິງ​ເທົ່າ​ນັ້ນ ຫາ​ກຍັງ​ປະ​ກອບ​ສ່ວນ​ປະຕິບັດ​ຈຸດໝາຍ​ຮອດ​ປີ 2020, ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ບັນດາ​ຄູ​ສອນ, ພວກ​ນ້ອງ​ນັກຮຽນ​ຈະ​ໝູນໃຊ້​ພື້ນຖານ​ດ້ານ​ວັດຖຸ, ອຸປະ​ກອນ​ຮັບ​ໃຊ້​ການ​ຮ່ຳຮຽນສູງ​ສຸດ, ມານະ​ພະຍາຍາມ​ສູ້​ຊົນ​ບັນລຸ​ຜົນງານ​ສູງ​ກ່ວາ​ອີກ, ປະກອບສ່ວນ​ສ້າງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ຮັ່ງມີ​ສວຍ​ງາມ, ປະ​ເທດ​ຊາດ​ມີວັດ​ຖະນາ​ຖາວອນ.



ຂ່າວ/ບົດ​ອື່ນ