ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມລາຍການ “ຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ”

ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມລາຍການ “ຄວາມເອກອ້າງທະນົງໃຈຊາວກະສິກອນຫວຽດນາມ” - ảnh 1
ຊາວ​ກະ​ສິ​ກອນ​ຜູ້​ດີ​ເດັ່ນ 63 ຄົນ​ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນ​ຄັ້ງ​ນີ້

(vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ (14/10/1930 – 14/10/2016), ຕອນ​ຄ່ຳ​ວັນ​ທີ 14/10, ຢູ່​ຮ່າ​ໂນ້ຍ, ໄດ້​ຈັດ​ຕັ້ງ​ລາຍ​ການ “​ຄວາມເອກ​ອ້າງ​ທະ​ນົງ​ໃຈ​ຊາວ​ກະ​ສິ​ກອນ ຫວຽດ​ນາມ”. ຊຸມ​ປີ​ຜ່ານ​ມາ, ກະ​ສິ​ກຳ ຫວຽດ​ນາມ ສືບ​ຕໍ່​ພັດ​ທະ​ນາ​ຕາມ​ທິດ​ຜະ​ລິດ​​ເປັນສິນ​ຄ້າ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທ​ິ​ຜົນ, ​ຄ້ຳ​ປະ​ກັນ​ດ້ານ​ສະ​ບຽບ​ອາ​ຫານ​ແຫ່ງ​ຊາດ. ເສດ​ຖະ​ກິດ​ເຂດ​ຊົນ​ນະ​ບົດ​ໄດ້​ຫັນ​ປ່ຽນ​ຕາມ​ທິດ​ເພີ່ມ​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ, ຂະ​ແໜງ​ອາ​ຊີບ, ​ໂຄງ​ປະ​ກອບ​ໂຄ​ງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ ໄດ້​ຮັບ​ການ​ເພີ່ມ​ທະ​ວີ, ໂສມ​ໜ້າ​ເຂດ​ຊົນ​ນະ​ບົດ​ມີ​ການ​ປ່ຽນ​ແປງ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ​ເຈີ່ນ​ດ້າຍກວາງ ຊີ້​ແຈ້ງວ່າ: ພັກ, ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊີ້​ນຳ ນຳ​ພາ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ກໍ່​ສ້າງ​ຊົນ​ນະ​ບົດ ແລະ ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ ເພື່ອ​ແນ​ໃສ່​ສ້າງ​ພື້ນ​ຖານ​ກະ​ສິ​ກຳ​ພັດ​ທະ​ນາ​ຮອບ​ດ້ານ​ຕາມ​ທິດ​ທັນ​ສະ​ໄໝ, ຍືນ​ຍົງ. ທ່ານ ປະ​ທານ​ປະ​ເທດ​ເຈີ່ນ​ດ້າຍກວາງ ກ່າວ​ວ່າ:

        “ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ເພື່ອ​ນຳ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ມາ​​ສູ່ເຂດ​ຊົນ​ນະ​ບົດ, ຕັ້ງ​ໜ້າ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ຫົວ​ຄິດ​ປະ​ດິດ​ສ້າງ, ປັບ​ປຸງ​ເຕັກ​ນິກ, ປົດ​ປ່ອຍ​​ແຮງ​ງານ​ເຮັດ​ແບບ​ຫັດ​​ຖະ​ກຳ ແລະ ສູ້​ຊົນ​ກາຍ​ເປັນ​ກຳ​ມະ​ກອນ​ກະ​ສິ​ກຳ​ຂອງ​ພື້ນ​ຖານ​ຜະ​ລິດ​ໃຫຍ່. ເອົາ​ໃຈ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິ​ກອນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ​ເຂົ້າ​ຮ່ວມ ແລະ ໄດ້​ຮັບ​​ໝາ​ກຜົ​ນ​​ຂອງ​ພາ​ລະ​ກິດ​ຫັນ​ເປັນ​ປະ​ເທດ​ອຸດ​ສະ​ຫະ​ກຳ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊາດ.”


ຂ່າວ/ບົດ​ອື່ນ