ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ”

(VOVWORLD) -ຕອນເຊົ້າວັນທີ 24 ກຸມພາ (ວັນທີ 9 ບຸນເຕັດ), ທີ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າຫວຽດນາມ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຈັດວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” ບຸນເຕັດປີຈໍ 2018.

ປະທານປະເທດເຈີ່ນດ້າຍກວາງເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ” - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນຂອງປະເທດຊາດ”

(ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວເພື່ອແນະນຳບັນດາຈຸດວັດທະນະທຳ, ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງ 54 ຊົນເຜົ່າຢູ່ທຸກແຖບຖິ່ນຂອງປະເທດຊາດ. ວັນບຸນໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າເຈົ້າກົກເຈົ້າເຫຼົ່າ, ຜູ້ຊົງຄຸນວຸດທິປັນຍາຊົນທີ່ດີເດັ່ນ, ນັກສິລະປະການຂອງ 21 ປະຊາຄົມຊົນເຜົ່າທີ່ມາຈາກ 14 ແຂວງ, ນະຄອນ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ປາດຖະໜາວ່າ, ບັນດາຜູ້ແທນສືບຕໍ່ໂຄສະນາ, ຂົນຂວາຍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ໃຫ້ເປັນຢ່າງດີ; ປະຕິບັດວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ປະກອບສ່ວນສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີ, ເຂັ້ມແຂງ. ທ່ານປະທານປະເທດເຈີ່ນດ້າຍກວາງ ສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ໝູ່ຄະນະຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ປະຕິບັດບັນດາມາດຕະການແກ້ໄຂ, ວຽກງານລະອຽດ, ແທດຈິງເພື່ອໜູນຊ່ວຍປະຊາຊົນບັນດາເຜົ່າໃນການພັດທະນາເສດຖະກິດ, ສັງຄົມ, ການສຶກສາ, ວັດທະນະທຳ, ສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ