ປະທານປະເທດເຈືອງ ເຕິນຊາງພົບປະກັບ ນັກຮົບເກົ່າ 3 ພາກ
![ປະທານປະເທດເຈືອງ ເຕິນຊາງພົບປະກັບ ນັກຮົບເກົ່າ 3 ພາກ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_10_10/ccb.jpg)
(ພາບ: vietnamplus.vn )
(vovworld) –ຕອນບ່າຍວັນທີ 9/10, ຢູ່ຮ່າໂນ້ຍ, ທ່ານປະທານປະເທດເຈືອງເຕິນຊາງ ໄດ້ມີການພົບປະກັບຄະນະຜູ້ແທນນັກຮົບເກົ່າກຳລັງປະກອບອາວຸດຊຳນານຮົບ 3 ພາກ. ນີ້ແມ່ນບັນດານັກຮົບເກົ່າຕາງໜ້າໃຫ້ກອງພັນໃຫ່ຍນະຄອນຫຼວງວິລະຊົນ, ກຳລັງພິເສດດ່ານັງ, ກຳລັງພິເສດໄຊງອນ-ຢາດິ້ງ ແລະ ນັກຮົບເກົ່າກອງພົນທະຫານປະຈັນບານ 308 ພາກໃຕ້, ຊື່ງແມ່ນບັນດາກົມກອງຕົ້ນຕໍສ້າງບັນດາວິລະກຳອັນສະຫງ່າອົງອາດໃນພາລະກິດຕໍ່ສູ້ຍາດເອົາເອກະລາດເສລີພາບໃຫ້ແກ່ປະເທດຊາດ. ທ່ານປະທານປະເທດເຈືອງເຕິນຊາງ ຢືນຢັນວ່າ: ໃນຊຸມປີຜ່ານມາ, ປະເທດຊາດຍາດໄດ້ບັນດາຜົນງານອັນໃຫ່ຍຫຼວງ ແຕ່ຍັງມີສິ່ງທີ່ຍັງຄົງຄ້າງ ແລະ ທ່ານປາດຖະໜາວ່າ ບັນດາຜູ້ແທນຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນ, ປະເທດຊາດ, ພ້ອມທັງສຶກສາອົບຮົມມູນເຊື້ອ ແລະ ຍ້ອງຍໍແບບຢ່າງດີເດັ່ນໃຫ້ລຸ້ນໜຸ່ມປະຕິບັດຕາມ./.