ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແລະເຮັດວຽກຢູ່ ແຂວງກວາງຫງ້າຍ


ປະທານປະເທດເຈືອງ ເຕິນຊາງຢ້ຽມຢາມ ແລະເຮັດວຽກຢູ່ ແຂວງກວາງຫງ້າຍ - ảnh 1
ທ່ານປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ

(ພາບ: dantri.com.vn)

(vovworld)- ຕອນ​ເຊົ້າ​ວັນ​ທີ 14/12, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່ 2 ຄອບ​ຄົວ​ຢູ່​ຕາ​ແສງ​ເຊີນ​ຍາມ, ​ເມືອງ​ເຊີນ​ຮ່າ, ​ແຂວງ​ກວາງ​ຫງ້າ​ຍ ຊື່​ງ​ແມ່ນ 2 ຄອບຄົວ​​ໃນຈຳນວນ 16 ຄອບຄົວ​ມີ​​ເຮືອນ​ຖືກ​ພັງ​ທະລົ່ມ​ໃນ​ຍາມ​ນ້ຳຖ້ວມ​ຫວ່າງ​ແລ້ວ​ນີ້. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ປາດ​ຖະໜາ​ວ່າ ປຊຊ ​ເຂດ​ນ້ຳຖ້ວມ​ຈະ​ເສີມ​ຂະຫຍາຍ​ຈິດ​ໃຈ​ຮັກ​ແພງ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສ້າງ​ຊີວິດ​ເປັນ​ປົກກະຕິ ພ້ອມ​ທັງ​ໃສ່​ໃຈ​ວ່າ: ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈົ່ງ​ຕັ້ງໜ້າ​ໜູນ​ຊ່ວຍ​ຄອບຄົວ​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ນ້ຳຖ້ວມ​ຫຼາຍ​ກ່ວາ​ອີກ.

   ​ໃນ​ຕອນ​ເຊົ້າຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ໄດ້​ໄປ​ກວດກາ​ກິດຈະກຳ​ຊົນລະ​ປະທານ-​​ໄຟຟ້າ​ນ້ຳຕົກຢູ່​ຕາ​ແສງ​ເຊີນ​ບາ​ວ ຊື່​ງ​ແມ່ນ​ກິດຈະກຳ​ທີ່​ມີ​ເງິນ​ລົ​ງທຶນ​ກ່ວາ 1800 ຕື້​ດົ່ງ ​ແລະ ສວມ​ບົດບາດ​ສຳຄັນ, ສະໜອງ​ນ້ຳ​ໃຫ້​ແກ່​ຊີວິດ ​ແລະ ການ​ຜະລິດ​ຂອງ​ເຂດ​ເສດຖະກິດ​ຢຸງກວດ./.

ຂ່າວ/ບົດ​ອື່ນ