ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສານສູງສຸດSlovakia

ປະທານປະເທດເຈືອງເຕີນຊາງຕ້ອນຮັບປະທານສານສູງສຸດSlovakia - ảnh 1
ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ຕ້ອນຮັບ​ປະທານ​ສານ​ສູງ​ສຸດSlovakia
(ພາບ: Nguyễn Khang/TTXVN)


(vovworld) – ທີ່​ການ​ຕ້ອນຮັບ​ທ່ານ Stefan Harabin, ​ປະທານ​ສານ​ສູງ​ສຸດ Slovakia ​ໃນ​ຕອນ​ບ່າຍ​ວັນ​ທີ 3/6, ທ່ານປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ຊີ້ແຈ້ງວ່າ: ຫວຽດນາມ ພວມ​ປະຕິບັດ​​ບາດ​ກ້າວປະຕິ​ຮູບ​ຕຸລາການຫຼາຍ​ຢ່າງ, ຕາມ​ນັ້ນ​ແລ້ວ, ນັບ​ມື້​ນັບ​ຢັ້ງຢືນ​ບົດບາດ​​ໃຈກາງ​ຂອງ​ສານ​ໃນ​ການ​ພິພາກສາ. ທ່ານ​ປະທານ​ປະ​ເທດ ​ເຊື່ອ​ໝັ້ນ​ວ່າ: ບັນດາ​ບົດຮຽນ​ຈາກ​ເພື່ອ​ນຮ່ວມ​ງານ​ທີ່​ມາ​ຈາກ​ປະ​ເທດທີ່​ມີ​ພື້ນຖານ​ຕຸລາການຍາວ​ນານ​ຈະ​ຊ່ວຍ​ໃຫ້​ຂະ​ແໜງ​ສານ ຫວຽດນາມ ຮັບ​ເອົາ​ບົດຮຽນ​ດ້ານ​ທິດ​ສະ​ດີ ​ແລະ ພືດ​ທິກຳ​ຕົວ​ຈິງ​ທີ່​ມີ​ຜົນປະ​ໂຫຍ​ດ. ທ່ານ Stefan Harabin ຕີ​ລາຄາ​ສູງ​ບັນດາ​ບາດ​ກ້າວ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​ຕຸລາການ, ທ່ານກໍ່​ເນັ້ນ​ໜັກ​ວ່າ: Slovakia ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ​ ​ແລະ ຖື​ວ່າ​ພ້ອມ​ກັບ​ບັນດາ​ຜົນສຳ​ເລັດ​ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ເສດຖະກິດ, ບັນດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຄະ​ດີ, ພິພາກສາ​ຂອງ ຫວຽດນາມ ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ​ເໝາະ​ສົມ​ກັບ​ສະ​ພາບການ , ພິ​​ເສດ​ແມ່ນ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 2013. ທ່ານ​ປະທານ​ສານ​ສູງ​ສຸດ Stefan Harabin ກໍ່​ສະ​ແດງ​ຄວາມ​ນັບຖື​ມູນ​ເຊື້ອ ​ແລະ ຄວາມ​ອົງອາດກ້າ​ຫານ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ອະ​ດີດຕະການ, ກໍ່​ຄື​ໃນ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ອະທິປະ​ໄຕ​​ໃນ​ປະຈຸ​ບັນ, ທ່ານ​ຍັງ​ໄດ້​ແຈ້ງ​ໃຫ້​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ຮັບ​ຊາບ​ກ່ຽວ​ກັບ​ບັນຫາ​ເນຶ້ອ​ໃນ​ຕົ້ນ​ຕໍໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ລົງ​ນາມ​ກັບ​ຂະ​ແໜງ​ສານ ຫວຽດນາມ, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ການ​ຮ່ວມ​ມື, ບຳລຸງ​ສ້າງ​ພະນັກງານ​ສານ​ລະຫວ່າງ 2 ປະ​ເທດ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ສະດວກ. ພາຍຫຼັງ​ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້, ທ່ານ​ປະທານ​ສານ Stefan Harabin ​ເອງຈະ​ແລກປ່ຽນ​ໂດຍ​ກົງ​ກັບ​ນາຍົກລັດຖະມົນຕີ Slovakia, ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຢ່າງ​ລະອຽດ ​ໃນ​ນັ້ນ​ມີ​ການ​ພິຈາລະນາ​ຈະ​ໜູນ​ຊ່ວຍ ODA ​ໃນ​ຂົງ​ເຂດ​ຕຸລາການ​ໃຫ້​ແກ່ ຫວຽດນາມ.


ຂ່າວ/ບົດ​ອື່ນ