ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນສາກົນIMF

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນສາກົນIMF - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​

(vovworld) – ​ຕອນ​ບ່າຍ​ວັນ​ທີ 27/7, ຢູ່​ຮ່າ​ໂນ້ຍທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໃຫ້ການ​ຕ້ອນ​ຮັບທ່ານ Sanjay Kalra ຫົວໜ້າ​ຜູ້ຕາງໜ້າ​ກອງ​ທຶນ​ສາກົນ IMF ປະຈຳ ຫວຽ​ດນາມ ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອະ​ຍຸ​ການ​ປະຕິບັດ​ງານ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ​ໄດ້​ຂອບ​ໃຈ​ຕໍ່​ຄວາມ​ມານະ​ພະຍາຍາມຂອງທ່ານ Sanjay Kalra ຫົວໜ້າ​ຜູ້ຕາງໜ້າ​ກອງ​ທຶນ​ສາກົນ IMF ປະຈຳ ຫວຽ​ດນາມ ​ແລະ IMF ໃນ​ການ​ໜູນ​ຊ່ວຍ ຫວຽດນາມ ກ່ຽວ​ກັບ​ແຫຼ່ງກຳລັງ ກໍ​ຄື​ການ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ​ໃນ​ຂະ​ບວນວິວັດ​ພັດທະນາ​ເສດຖະກິດ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ສະ​ເໜີ IMF ດ້ວຍ​ບົດບາດ​ເມ່ນ​ອົງການ​ການ​ເງິນ​ສາກົນ​ທີ່​ສຳຄັນ ຈະ​ສື​ບຕໍ່​ໜູນ​ຊ່ວຍ ຫວຽດນາມ ທາງ​ດ້ານ​ການ​ເງິນ ​ແລະ ນຳ​ສະ​ເໜີ​ກ່ຽວ​ກັບ​ນະ​ໂຍບາຍ. ສ່ວຍ​ທາງ​ຝ່າຍ ຫວຽດນາມ ຍາມ​ໃດ​ກໍ່​ຊົມ​ເຊີຍ ​ແລະ ຮັບ​ຝັງ​ຄວາມ​ເຫັນ​ຈາກ IMF

   ທ່ານ Sanjay Kalra ຫົວໜ້າ​ຜູ້ຕາງໜ້າ​ກອງ​ທຶນ​ສາກົນ IMF ປະຈຳ ຫວຽ​ດນາມ ຍັງ​ເຊື່ອ​ໝັ້ນ​ວ່າ: ຫວຽດນາມ ຈະ​ມີ​ບົດບາດ​ນັບ​ມື້​ນັບ​ສຳພັນ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ