ປະທານປະເທດເຈືອງເຕີນຊາງຕອບສຳພາດຊ່ອງໂທລະພາບປະເທດລັດເຊຍ

ປະທານປະເທດເຈືອງເຕີນຊາງຕອບສຳພາດຊ່ອງໂທລະພາບປະເທດລັດເຊຍ - ảnh 1
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ
(ພາບ: Nguyễn Khang – TTXVN)

(​vovworld) – ​ ​​​​​​​​ເນື່ອງ​ໃນ​ໂອ​ກາດ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງ​ໄຊ​ຊະ​ນະ​ໃນສົງ​ຄາມ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດທີ່​ຍິ່ງ​ໃຫຍ່ ຢູ່​ສະ​ຫະ​ພັນ ລັດ​ເຊຍ, ຊ່ອງ​ໂທ​ລະ​ພາບ​ແຫ່ງ​ຊາດ ລັດ​ເຊຍ ໄດ້​ສຳ​ພາດ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ໄຊ​ຊະ​ນະ​ກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ: ພ້ອມ​ກັບ​ປະ​ຊາ​ຊົນ ໄຊວຽດ ແລະ ບັນ​ດາ​ກຳ​ລັງ​ກ້າວ​ໜ້າ​ໃນ​ໂລ​ກ, ປະ​ຊາ​ຊົນ ຫວຽດ​ນາມ​ໄດ​້​ລຸກ​ຮື້​ຂຶ້ນ ຕ້ານ​ແອກ​ປົກ​ຄອງ​ຂອງ​ລັດ​ທິ​ລ່າ​ເມືອງ​ຂຶ້ນ, ລັດ​ທິ​ຟາດ​ຊິດ ແລະ ລັດ​ທິນິ​ຍົມ​​ໃຊ້ການ​ທະ​ຫານ​ເພື່ອ​ຍາ​ດ​ເອົາເອ​ກະ​ລາດ, ເສ​ລີ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ. ໄຊ​ຊ​ະ​ນະ ຝາດ​ຊິດ​ຂອງ ໂຊວຽດ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ໄດ້​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ. ດ້ວຍ​ວິ​ໄສ​ທັດ​ທີ່​ສະຫຼາດ​ສ່ອງ​ໄສ, ການ​ນຳ​ພາ​ທີ່​ປິ​ຊາ​ສາ​ມາດ​ຂອງ​ປະ​ທານ ໂຮ່​ຈີ​ມິນ, ຄວາມ​ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ຊາດ ຫວຽດ​ນາມ ແລະ ການ​ສົ່ງ​ເສີ​ມ​​ຂອງ​ບັນ​ດາ​ກຳ​ລັງ​ກ້າວ​ໜ້າ​ໃນ​ໂລກ, ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ກຳ​ແໜ້ນ​ກາ​ລະ​ໂອ​ກາດ​ຍຸດ​ທະ​ສາດ, ດຳ​ເນີນ​ການ​ລຸກ​ຮື້​ຂຶ້ນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ປີ 1945 ຢ່າງ​ມີ​ໄຊ. ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ປົດ​ປ່ອຍ​ຊາດ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ການ​ກຳ​ເນີດ​ຂອງ​ລັດສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ເມື່ອ​ວັນ​ທີ 2/9/1945 ​ແມ່ນ​ການປະ​ກອບ​ສ່ວນ​ສຳ​ຄັນ​ຂອງ ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ໃນ​ການ​ຕໍ່​ສູ້​ລວມ​ຊອງ​ປະ​ຊາ​ຊົນ​ໂລກ ເພື່ອ​ສັນ​ຕິ​ພາບ, ເອ​ກະ​ລາດ​ແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ສັງ​ຄົມ.

        ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກໍ່​ຊີ້​ແຈ້​ງວ່າ: ວັນ​ທີ 30/1/1950, ໂຊວຽດ ຮັບ​ຮູ້ ແລະ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ປະ​ເທດສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ໄດ້​ກ້າ​ວ​ເຂົ້າ​ສູ່​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສະ​ຫະ​ພັນ ລັ​ດ​ເຊຍ ຄື​ດັ່ງ​ຂີດ​ໝາຍ​ສຳ​ຄັນ. ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຊັບ​ສົມ​ບັດ​ອັນ​​ລຳ້​ຄ່າ​ແມ່ນ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ຕິດ​ພັນ​ຢ່າງ​ຍາວ​ນານ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອ​ງ​ການ​ນຳ ແລະ ປະ​ຊາ​ຊົນ 2 ປະ​ເທດ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ລັດ​ເຊຍ ຈະ​ພັດ​ທະ​ນາ​ ​ຢ່າງບໍ່​ຢຸດຢັ້ງ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລ​ກ.

 


ຂ່າວ/ບົດ​ອື່ນ