ປະທານປະເທດເຈືອງເຕີ໋ນຊາງພົບປະກັບປະທານສະພາແຫ່ງຊາດຕານຊານີ

ປະທານປະເທດເຈືອງເຕີ໋ນຊາງພົບປະກັບປະທານສະພາແຫ່ງຊາດຕານຊານີ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ພົບ​ປະ​ກັບ​ທ່ານ​
ປະທານ​ສະພາ​ແຫ່ງ​ຊາດ ຕານ​ຊາ​ນີ Job Ndugai)

(vovworld) - ​ວັນ​ທີ 10/03, ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ​ທາງ​ລັດຖະກິດ​ສາທາລະນະ​ລັດ​ເອກະ​ພາບ ຕານ​ຊາ​ນີ, ທ່ານ​ປະທານ​ປະ​ເທດ ຫວຽດນາມ​ ​ເຈືອງ​ເຕີ໋ນຊາງ ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຕານ​ຊາ​ນີ Job Ndugai. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ອວຍພອນ​ທ່ານ Job Ndugai ​ໄດ້ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ ຕານ​ຊາ​ນີ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ບົດບາດ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຈະ​ມີການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​​ໃນ​ການຊຸກຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​​ເຖິງ 3 ຂົງ​ເຂດ​​ຮ່ວມ​ມືຈຸດ​ສຸມ​ແມ່ນ ກະສິກຳ, ​ໂທລະ​ຄົມມະນາຄົມ ​ແລະ ການ​ຄ້າ, ບົນ​ພື້ນຖານ​ນັ້ນ 2 ປະ​ເທດ​ຈະ​ເປີດ​ກ້ວາງ​ການ​ຮ່ວມ​ມື​ອອກ​ສູ່​ບັນດາ​ຂົງ​ເຂດ​ອື່ນໆ.

        ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Job Ndugai ຢືນຢັນ​ວ່າ: ຕານ​ຊາ​ນີ ຍາມ​ໃດ​ກໍ່​ຖື ຫວຽດນາມ ​ເປັນ​ຄູ່​ຮ່ວມ​ມືສະໜິດ​ສະໜົມ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​ໃນ​ນັ້ນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ກໍ່​ລົງ​ຢ້ຽ​ມຢາມ​ຖາມ​ຂ່າວ​ພະນັກງານ​ພາລະ​ກອນ​ສະຖານທູດ ຫວຽດນາມ ປະຈຳ ຕານ​ຊາ​ນີ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ໋ນຊາງ ​ໄດ້​ເນັ້ນ​ໜັກ​ວ່າ: ​ເພື່ອປະຕິບັດ​ໜ້າ​ທີ່​ເຊື່ອມ​ຕໍ່​ເສດຖະກິດ​ສັງຄົມ, ວັດທະນະທຳ​ການ​ຕ່າງປະ​ເທດ​ລະ​ຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ ອາຟຣີກາຕາ​ເວັນ​ອອກ, ພະນັກ​ງານ​ພາລະ​ກອນ​ສະຖານທູດ​ຄວນ​ຊອກ​ຮູ້​ຄວາມ​ສາມາດ​ບົ່ມຊ້ອນ​ທ່າ​ແຮງ​ຂອງ​ບັນດາ​ຝ່າຍ, ສື່ສານ ​​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຊອກ​ໄດ້​ຕະຫລາດ​ໃໝ່ ​ແລະ ກົງກັນຂ້າມ.

ຂ່າວ/ບົດ​ອື່ນ