ປະທານປະເທດເຈືອງເຕິນຊາງພົບປະເຈລະຈາກັບບັນດາການນຳເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາຟະລິກາ

ປະທານປະເທດເຈືອງເຕິນຊາງພົບປະເຈລະຈາກັບບັນດາການນຳເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ອາຟະລິກາ - ảnh 1
(ທ່ານປະທານປະເທດຫວຽດນາມ ພົບປະເຈລະຈາ
ກັບທ່ານປະທານາທິບໍດີ ອີຣານ)

(vovworld) –  ​ໂດຍ​ສືບ​ຕໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມຄົບ​ຄະນະ​ຄັ້ງ​ທີ 4 ​ແລະ ທີ 5 ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ-​ອາ​ຟະ​ລິ​ກາ. ວັນ​ທີ 23/4, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນ ຊາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ ອິຣານ Hassan Rouhani, ທ່ານປະທານ​ຄະນະ​ປະຈຳ​ກອງ​ປະຊຸມ​ປະຊາຊົນ​ສູງ​ສຸດ ສປປ.​ເກົາຫຼີ Kim Yong Nam ​ແລະ ​ໃຫ້ການຕ້ອນຮັບ​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ MoZambique Oldemiro Baloi.

​ທີ່​ການ​ພົບ​ປະ​ເຈລະ​ຈາ​ກັນ​ທ່ານ​ປະທານາທິບໍດີ ອີຣານ Hassan Rouhani, ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ ​ເຈືອງ​ເຕິ​ນຊາງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມືຫຼາຍ​ດ້ານ​ກັບ ອີຣານ. ການ​ນຳ​ທັງ 2 ທ່ານ ​ເຫັນ​ດີ​ເປັນ​ເອກະສັນ​​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ສືບ​ຕໍ່ປັບປຸງ​ການ​ພົວພັນ​ດ້ານ​ການ​ເມືອງ​, ມິດຕະພາບທີ່​ດີງາມລະຫວ່າງ​ສອງ​ຝ່າຍ. ທ່ານ​ປະທານາທິບໍດີ Hassan Rouhani ປາດ​ຖະໜາ​ວ່າ: 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມືຫຼາຍ​ດ້ານ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ ​ແລະ ວັດທະນະທຳ.

        ​ທີ່​ການ​ພົບ​ປະ​ກັບ​ທ່ານປະທານ​ຄະນະ​ປະຈຳ​ກອງ​ປະຊຸມ​ປະຊາຊົນ​ສູງ​ສຸດ ສປປ.​ເກົາຫຼີ Kim Yong Nam.​ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ການ​ພົບ​ປະ, ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ກົນ​ໄກ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ. 2 ຝ່າຍ​ສືບ​ຕໍ່​​ແລກປ່ຽນ, ຊອກ​ຫາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ແຕ່ລະ​ປະ​ເທດ​ເປັນ​ຢ່າງ​ດີ. ການ​ນຳ​ທັງ 2 ທ່ານ ກໍ່​ເຫັນ​ດີ​ນຳ​ກັນ​ວ່າ: 2 ປະ​ເທດ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ, ການ​ພົບ​ປະ ​ແລະ ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຂະ​ບວນການ​ບໍ່​ຮ່ວມກຸ່ມ.

      ທີ່​ການ​ຕ້ອນຮັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ MoZambique Oldemiro Baloi, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ຖື​ວ່າ: 2 ປະ​ເທດ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ​ໂທລະ​ຄົມ, ກະສິກຳ, ສາທາລະນະ​ສຸກ,​ ການ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນຊາງ ສະ​ເໜີ 2 ປະ​ເທດ​ສືບ​ຕໍ່​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ​ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ.

ຂ່າວ/ບົດ​ອື່ນ