ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນຂະແໜງຮັບໃຊ້ການອຸປະໂພກບໍລິໂພກຂອງທະຫານ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນຂະແໜງຮັບໃຊ້ການອຸປະໂພກບໍລິໂພກຂອງທະຫານ - ảnh 1
(ພິ​ທີ​ຕ້ອນ​ຮັບ​ຫຼຽນ​ໄຊວິ​ລະ​ກຳ​ຊັ້ນ 2)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/03, ເມ​ື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 70 ປີ​ແຫ່ງ ວັນ​ສ້າງ​ຕັ້ງຂະ​ແໜງ​ຮັບ​ໃຊ້​​ການອຸ​ປະ​ໂພກ​ບໍ​ລິ​ໂພກ​ຂອງ​ທະ​ຫານ (25/03/1946 – 25/03/2016) ແລະ ຕ້ອນ​ຮັບ​ຫຼຽນ​ໄຊວິ​ລະ​ກຳ​ຊັ້ນ 2 ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຊົມ​ເຊ​ີຍ ແລະ ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຂະ​ແໜງຮັບ​ໃຊ້​ດ້ານ​ວັດ​ຖຸ​ໃນ​ຊີ​ວິດ​ປະ​ທຳ​ວັນ​ຂອງ​ທະ​ຫານ ໃນ 70 ປີ​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ.

        “ຂະ​ແໜງຮັບ​ໃຊ້​​ການອຸ​ປະ​ໂພກ​ບໍ​ລິ​ໂພກ​ຂອງ​ທະ​ຫານຕ້ອງ​ຊາບ​ຊຶມ​ແນວ​ທາງ, ທັດ​ສະ​ນະ​ຂອງ​ພັກ ແລະ ລັດ​ກ່ຽວກ​ັບ​ການ​ຕໍ່​ສູ້​ປະ​ຊາ​ຊົນ, ປ້ອງ​ກັ​ນ​ຊາດ​ທົ່ວ​ປວງ​ຊົນ, ພະ​ລາ​ທິ​ການ​ປະ​ຊາ​ຊົນ​ຢ່າງ​ເລິກ​ເຊິ່ງ; ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທິ 12 ຂອງ​ພັກ, ມະ​ຕິ​ສູນ​ກາງ​ຄັ້ງ​ທີ 8 ຊຸດ​ທີ 11 ກ່ຽວ​ກັບ “ຍຸດ​ທ​ະ​ສາດ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ສະ​ພາບ​ການ​ໃໝ່”; ບົນ​ພື້ນ​ຖານ​ກຳ​ແໜ້ນ​ຄວາມ​ຮ​ຽກ​ຮ້ອ​ງ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ໜ້າ​ທີ່​ການ​ທະ​ຫານ - ປ້ອງ​ກັນ​ປະ​ເທດ ເພື່ອ​ກຳ​ແໜ້ນ​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ຮັບ​ປະ​ກັນ​ການຮັບ​ໃຊ້​ດ້ານ​ວັດ​ຖຸ​ໃນ​ຊີ​ວິດ​ປະ​​ຈຳ​ວັນ​ໃນ​ສະ​ພາບ​ການ​ໃໝ່”.

        ປະ​ທານ​ປະ​ເທດ​ກໍ​ສະ​ເໜີ​ໃຫ້​ຂະ​ແໜງຮັບ​ໃຊ້​​ການອຸ​ປະ​ໂພກ​ບໍ​ລິ​ໂພກ​​ຂອງ​ທະ​ຫານສືບ​ຕໍ່​ຍູ້​ແຮງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ, ທັນ​ສະ​ໄໝ ແລະ ສືບ​ຕໍ່​ປ່ຽນ​ໃໝ່… ເພື່ອ​ຕອບ​ສະ​ໜອງ​ການ​ຮັບ​ປະ​ກັນ​ການອຸ​ປະ​ໂພກ​ບໍ​ລິ​ໂພກ​ໃຫ້​ກອງ​ທັບປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ