ປະທານປະເທດແລະປະທານສະພາແຫ່ງຊາດຕ້ອນຮັບນາຍົກລັດຖະມົນຕີລາວ

ປະທານປະເທດແລະປະທານສະພາແຫ່ງຊາດຕ້ອນຮັບນາຍົກລັດຖະມົນຕີລາວ - ảnh 1
ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບ
ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ

(vovworld) – ຕອນ​ບ່າຍ​ວັນ​ທີ 15/5, ທີ່​ພິ​ທີ​ຕ້ອນ​ຮັບ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ​ລາວ​ ພວມ​ຢ້ຽມ​ຢາມ ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ, ທ່ານ ປະ​ທານ​ປະ​ເທດຫວຽດ​ນາມ ເຈີ່ນ​ດາຍກວາງ ເນັ້ນ​ໜັກ ນະ​ໂຍ​ບາຍ​ສະ​ເໝີ​ຕົນ​ສະ​ເໝີ​ປາຍ ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ແລະ ໃຫ້​ບູ​ລິ​ມະ​ສິດ​​ຢ່າງສູງ ສຳ​ລັບ​ວຽກການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ ສາຍ​ພົວ​ພັນ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ-ລາວ. ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດາຍກວາງ ຖື​ວ່າ​ບັ​ນ​ດາ​ເນື້ອ​ໃນ ແລະ ​ກຳ​ນົດ​ທິດ ​ທີ່​ສອງ​ຝ່າຍ​ປຶກ​ສາ​ຫາ​ລື ມີ​ຄວາມ​ໝາຍ​ສຳ​ຄັນ​ຊ່ວຍ​ການ​ປະ​ຕິ​ບັດ ແຜນ​ການ​ຮ່ວມ​ມື ລະ​ຫວ່າງ ລັດ​ຖະ​ບານ​ສອງ​ປະ​ເທດ ປີ 2016 ແລະ ສັນ​ຍາ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໄລ​ຍະ 2016-2020 ໃຫ້​ປະ​ສົບ​ຜົນສຳ​ເລັດ. ເພື່ອ​ເສີມ​ຂະ​ຫຍາຍ ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ ຂອງ​ແຕ່​ລະ​ປະ​ເທດ​ໃນ​ລະ​ດັບສູງ​ສຸດ, ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດາຍກວາງ ສະ​ເໜີ​ ສອງ​ຝ່າຍ ​ຜັນ​ຂະ​ຫ​ຍາຍ​ຢ່າງ​ມີປະ​ສິດ​ທິ​ຜົນ​ບັນ​ດາຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ ທີ່​ການ​ພົບ​ປະ​ຂັ້ນ​ສູງ​ປະ​ຈຳ​ປີ ຂອງ​ສອງ​ກົມ​ການ​ເມືອງ ແລະ ກ​ອງ​ປະ​ຊຸມຄັ້ງ​ທີ່ 38 ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງລັດ​ຖະ​ບານ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ-ລາວ; ປະ​ສານ​ສົບ​ທົບ​ຜັນ​ຂະ​ຫຍາຍ​ ອະ​ນຸ​ສັນ​ຍາ ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ຫຼັກ​​ໝາຍ​ຊາຍ​ແດນ, ສັນ​ຍາ ແລະ ລະ​ບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ແລະ ດ່ານ​ດ່ານ​ຊາຍ​ແດນ ທີ່​ໄດ​້​ເຊັນ​ໃນ 3/2016 ເພື່ອ​ສືບ​ຕໍ່​ກໍ່​ສ້າງເສັ້ນ​ທາງ​​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ. ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດາຍກວາງ  ກໍ​່ສະ​ເໜີ ໃຫ້​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ ການ​ຮ່ວມ​ມື​ຮອບ​ດ້ານ​ ສ້າງ​ເງື່ອນ​ໄຂ​ສະ​ດວກ ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່ລົງ​ທຶນ​ຢູ​່ລາວຫຼາຍກວ່າ​ອີກ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ ສອງ​ສົ້ນ ເພີ່ມ 20% ໃນ​ປີ 2016. ສ່ວນ ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ຢັ້ງ​ຢືນ​ວ່າ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ສາຍ​ພົວ​ພັນ​ແບບ​ພິ​ເສດ​ກັບ​ຫວຽດ​ນາມ, ການ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້ ແນ​ໃສ່​ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ ລາຍ​ລະ​ອຽດ​ບັນ​ດາ​ຖະ​ແຫຼງ​ການ​ຮ່ວມ ຂໍ້​ຕົກ​ລົງ​ ທີ່​ການ​ນຳ​ພັກ, ລັດ ​ຂອງ​ສອງ​ປະ​ເທດ​ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ.

        ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ,  ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ ທ່ານ ທອງ​ລຸນ ສີ​ສຸ​ລິດ. ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະພາ​ແຫ່ງ​ຊາດ ປາດ​ຖະ​ໜາວ່າ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຈະ​ແບ່ງ​ປັນ​ບົດ​ຮຽນ, ​ປັ​ບ ​ປຸງລະ​ບອບ​ລະ​ບຽບ​ການ, ລະ​ບົບ​ກົດ​ໝາຍໃຫ້​ສົມ​ບູນ​ແບບ, ​ໂດຍ​ສະ​ເພາະ​ເອົາ​ໃຈ​ໃສ່​ເປ​ັນ​ພິ​ເສດ​ວຽກ​ງານ​ການ​ຕິດ​ຕາມກວດ​ກາ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ, ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ຍົກ​ສູງ​ໝາກ​ຜົນ​ເສດ​ຖະ​ກິດ​ສັງ​ຄົມ. ສ່ວນ​ ທ່ານ ທອງ​ລຸນ ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ປາດ​ຖະ​ໜາວ່າ​ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມຊ່ວຍ​ໜູນ ເພື່ອ​ລັດ​ຖະ​ບານ​ລາວ​ເຮັດສຳ​ເລັດ ບົດ​ບາດ​ການ​ເປັນ​ປະ​ທານ ASEAN ໃນ​ປີ 2016 ນີ້​ຢ່າງດີ.

ຂ່າວ/ບົດ​ອື່ນ