ປະທານສູນກາງ ແນວໂຮມປະເທດຊາດຫວຽດນາມ ຮິ່ງດາມ ລົງຢ້ຽມຢາມແຂວງດົ່ງທາບ

ປະທານສູນກາງ ແນວໂຮມປະເທດຊາດຫວຽດນາມ ຮິ່ງດາມ ລົງຢ້ຽມຢາມແຂວງດົ່ງທາບ - ảnh 1
ທ່ານ ຮິ່ງ​ດາມ ກ່າວຄຳເຫັນທີ່ການເຮັດວຽກ
( ພາບ : baodongthap.com.vn )


( vovworld ) - ຕອນ​ບ່າຍ​ວັນ​ທີ 22/2, ທ່ານ ຮິ່ງ​ດາມ, ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກກັບການ​ນຳ​ແຂວງ​ດົ່ງ​ທາ​ບ ກ່ຽວ​ກັບ​ສະພາບ​ທິດທາງ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ແຂວງ​​ໃນປີ 2012. ທ່ານ ຮິ່ງ​ດາມ ​ໄດ້​ສະ​ເໜີ​ໃຫ້​ແຂວງ​ດົ່ງ​ທາ​ບ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ການຜະລິດ​ກະສິກຳ, ການ​ລົງທຶນ​ເຂົ້າ​ຂົງ​ເຂດກະສິກຳ​​ໃຫ້ມີ​ຈຸດ​ສຸມ. ​ທາງແຂວງ​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ບຳລຸງສ້າງ, ສຶກສາ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ​ໜຸ່ມ. ​ເນື່ອງ​ໃນ​ໂອກາດ​​ລົງຢ້ຽມຢາມ​ແຂວງ​ດົ່ງ​ທາ​ບ, ທ່ານ ຮິ່ງ​ດາມ ​ກໍໄດ້​ໄປ​​ໄຫວ້​ອາ​ໄລ​ສຸສານທ່ານ ຫງວຽນ​ຊິງ​ສັກ ພໍ່​ຂອງ​​ປະທານ ​ໂຮ່ຈິ​ມິນ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນໃຫ້​ບາງ​ຄອບ​ຄົວ​ນະ​ໂຍບາຍ​ຢູ່ນະຄອນ ກາວ​ແລ້ງ.
ຂ່າວ/ບົດ​ອື່ນ