ປະທານສະພາຕ່ຳ ສະວິດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ວັນທີ 27 ມິຖຸນາ, ທ່ານປະທານສະພາຕ່ຳ ສະວິດ Martin Candinas ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ປະທານສະພາຕ່ຳ ສະວິດ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານປະທານສະພາຕ່ຳ ສະວິດ Martin Candinas
(ພາບ: FB Nationalrat Martin Candinas)

ວັນທີ 27 ມິຖຸນາ, ທ່ານປະທານສະພາຕ່ຳ ສະວິດ Martin Candinas ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ການຢ້ຽມຢາມໄດ້ດຳເນີນແຕ່ວັນທີ 27-30 ມິຖຸນາ. ເຂົ້າຮ່ວມພ້ອມກັບຄະນະ, ມີທ່ານຮອງປະທານຜູ້ທີໜຶ່ງສະພາຕ່ຳ Eric Nussbaumer, ທ່ານຮອງປະທານຜູ້ທີ 2 ສະພາຕ່ຳ Maja Riniker, ຜູ້ແທນສະພາຕ່ຳ Ida Glanzmann, ທ່ານເລຂາທິການສະພາຕ່ຳ Philippe Schwab, ພ້ອມກັບເຈົ້າໜ້າທີ່ສະພາຕ່ຳ ສະວິດ ອີກຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ