ປະທານສະພາສູງເຊັກໂກMilanStechຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາສູງເຊັກໂກMilanStechຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ແລະທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ Milan Stech)

(vovworld) – ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ Milan Stech ​ເຊິ​ງດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 15/11 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳ​ສູງ​ສຸດ​ສະພາ​ສູງ ສ.​ເຊັກ​ໂກ ​ກົງ​ກັບໂອກາດ 2 ປະ​ເທດສະ​ເຫຼີ​ມສະຫຼອງ 65 ​ປີແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແມ່ນ​ຂີດ​ໝາຍ​ສຳຄັນ​ພິ​ເສດ, ປະ​ກອບ​ສ່ວນປັບປຸງສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ ໃນ​ທຸກ​ຂົງ​ເຂດ. ທ່ານ​ປະທານ​ສະພາ​ສູງ ສ.​ເຊັກ​ໂກ Milan Stech ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຖື​ວ່າ: ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້ການ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ແມ່ນ​​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ຄ້າ ​ແລະ ການ​ສຶກສາ. ພິ​ເສດ, ປະຊາ​ຄົມ​ຊາວ ຫວຽດນາມ ​ໄດ້ ຮັບຮອງ​​ເອົາ​ຈາກ ສ.​ເຊັກ​ໂກ ເປັນ​ປະຊາ​ຄົມ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ມີ​ສິດ​ດຳລົງ​ຊີວິດ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ​ຢູ່ ສ.​ເຊັກ​ໂກ ​ແລະ ​ເຂົາ​ເຈົ້າ​ພວມ​ປະສົບຜົນສຳ​ເລັດ​ທີ່​ສຸດໃນ​ການ​ດຳ​ເນີນ​ທຸລະ​ກິດ ແລະ ການຮ່ຳຮຽນ. ຊາວ ຫວຽດນາມ ລຸ້ນທີ 2 ຢູ່ ສ.​ເຊັກ​ໂກ ມີ​ຜົນງານ​ໃນ​ການ​ຮ່ຳ​ຮຽນຫລາຍ​ຢ່າງ, ​ເສີມ​ຂະຫຍາຍ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ຂອງ ສ.​ເຊັກ​ໂກ ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ) ​ເພື່ອ​ພັດທະນາ. ການ​ນຳ 2 ທ່ານ ກໍ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ, ສະໜັບ​ສະ​ໜູນ​ເຊິ່ງກັນ​ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ​ແລະ 2 ຝ່າຍ, ກໍ​ຄື​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ຂອງກອງ​ປະຊຸມ​ໃຫຍ່​ສະມັດຊາ​ລັດຖະສະພາ​ໂລກ​ຄັ້ງ​ທີ 132 ຢູ່​ຮ່າ​ໂນ້ຍ ​ແລະ ປະຕິບັດ​ບັນດາ​ເປົ້າ​ໝາຍ​ສະຫັດ​ສະ​ວັດ.


ຂ່າວ/ບົດ​ອື່ນ