ປະທານສະພາສູງແຫ່ງລາຊະອານາຈັກແບນຊິກສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາສູງແຫ່ງລາຊະອານາຈັກແບນຊິກສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ແລະ
ທ່ານ​ນາງປະທານ​​ສະພາ​ສູງ Christene Defraigne
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ​ 08/11, ທ່ານນາງປະທານ​ສະພາ​ສູງ​​ແຫ່ງລາຊະ​ອານາຈັກ​ແບນ​ຊິກ​ Christene Defraigne ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງເປັນ​ທາງ​ການອັນດີງາມ ​ໃນ​ລະຫວ່າງ​ວັນ​ທີ 01 – 08/11. ​ໃນ​ໄລຍະ​ຢູ່​ຢ້ຽມ​ຢາມ, ທ່ານ​ນາງປະທານ​​ສະພາ​ສູງ Christene Defraigne ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ. ທ່ານ​ນາງ​​ປະທານສະພາ​ສູງ Christene Defraigne ກໍ​​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ບຸ​ຍກວາງ​ວິ​ງ, ທ່ານ​ລັດຖະມົນ​ຕີ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຟ້າ​ມຫວູລ້ວນ. ທີ່​ບັນ​ການ​ພົບ​ປະເຈລະຈາ, 2 ຝ່າຍ​ໄດ້​ຕີ​ລາຄາ​ສູງ ​ແລະ ​ເຫັນ​ດີ​ຊຸກຍູ​້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດຖະສະພາ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ຮັກສາ​ການ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ຄະນະ​ກຳມະການ ​ແລະ ອົງການ​ຮັບ​ໃຊ້​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ 2 ປະ​ເທດ​ກໍ​ຈະ​ເພີ່ມ​ທະວີ​ການ​​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ; ສົມທົບ​ກັນ​ຕິດຕາມກວ​ດກາ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງລັດຖະບານ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາ​ຍບັນດາ​ໂຄງການ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວຢ່າງ​ມີ​ປະສິດທິ​ຜົນ ​ແລະ ບັນດາ​ຂົງ​ເຂດ​ຈຸດ​ສຸ​ມ​ທີ່ໃຫ້​ບຸລິ​ມະ​ສິດ.

ຂ່າວ/ບົດ​ອື່ນ