ປະທານສະພາແຫ່ງຊາດ ກົດດີວົວ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ສ. ກົດດີວົວ Adama Bictogo ໄປວາງພວງມາລາຢູ່ອະນຸສາວາລີບັນດາ, ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ...
ປະທານສະພາແຫ່ງຊາດ ກົດດີວົວ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານປະທານສະພາແຫ່ງຊາດ Adama Bictogo ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກົດດີວົວ ມາຢ້ຽມຢາມ ຫວຽດນາມ
(ພາບ:quochoi.vn)

ຕອນບ່າຍວັນທີ 13 ມິຖຸນາ, ທ່ານປະທານສະພາແຫ່ງຊາດ Adama Bictogo ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກົດດີວົວ ໄດ້ມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 13 – 16 ມິຖຸນາ, ຕາມຄຳເຊີນຂອງທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ.

        ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ສ. ກົດດີວົວ Adama Bictogo ໄປວາງພວງມາລາຢູ່ອະນຸສາວາລີບັນດາ, ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ; ຢ້ຽມຢາມເຮືອນຮ້ານ ປະທານ ໂຮ່ຈີມິນ; ເຂົ້າຢ້ຽມຂ່ຳນັບທ່ານປະທານປະເທດ ຫວໍວັນເຖືອງ; ເຂົ້າຮ່ວມພິທີຕ້ອນຮັບທາງການ ແລະ ການເຈລະຈາກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ; ພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ເຂົ້າຮ່ວມງານລ້ຽງທາງການ. ຄາດວ່າ, ທ່ານປະທານສະພາແຫ່ງຊາດ ສ ກົດດີວົວ Adama Bictogo  ຈະມີການເຮັດວຽກກັບບາງກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ແລະ ມີການເຄື່ອນໄຫວບາງຢ່າງຄື: ຢ້ຽມຢາມຫໍສະພາແຫ່ງຊາດ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ອ່າວຮ້າລອງ.

ຕອບກັບ

ຂ່າວ/ບົດ​ອື່ນ