ປະທານສະພາແຫ່ງຊາດ ກຳປູເຈຍ ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງທ່ານນາງ Samdech Moha Rathsapheathika Thipadei Khuon Sudary ໃນຖານະຕຳແໜ່ງປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ
ປະທານສະພາແຫ່ງຊາດ ກຳປູເຈຍ ມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ ມາຮອດ ຮ່າໂນ້ຍ
(ພາບ: TTXVN)

        ຕອນຄ່ຳວັນທີ 30 ພະຈິກ, ທ່ານນາງປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Moha Rathsapheathika Thipadei Khuon Sudary ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດລາຊະອານາຈັກ ກຳປູ້ຈຍ, ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ), ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 31 ພະຈິກ ຫາວັນທີ 02 ທັນວາ 2023, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ.

        ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຂອງທ່ານນາງ Samdech Moha Rathsapheathika Thipadei Khuon Sudary ໃນຖານະຕຳແໜ່ງປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ, ພາຍຫຼັງທີ່ປະເທດນີ້ຈັດການເລືອກຕັ້ງສະພາແຫ່ງຊາດຊຸດທີ VII ແລະ ສ້າງກົງຈັກການນຳໃໝ່ໃຫ້ສົມບູນແບບໃນເດືອນ ສິງຫາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ