ປະທານສະພາແຫ່ງຊາດ ກຳປູເຈຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດ ກຳປູເຈຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin
(ພາບປະກອບ)

(vovworld) – ຕອນ​ບ່າຍ​ວັນ​ທີ 20/7, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ ​ໂດຍ​ທ່ານ Samdech Heng Samrin, ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ ນຳ​ໜ້າ ​ໄດ້​ມາ​ຮອດ​ນະຄອນ ​ໂຮ່ຈີ​ມິ​ນ, ​ເລີ່​ມຕົ້ນ​ການ​ຢ້ຽມ​ຢາມ​ສັນຖະວະ​ໄມຕີ ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Nguyen Sinh Hung. ​ຮ່ວມ​ເດີນທາງ​ພ້ອມ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​Samdech Heng Samrin ​ຄັ້ງ​ນີ້, ມີ​ທ່ານ Cheam Yeap, ຫົວໜ້າ​ກຳມາ​ທິການ​ເສດຖະກິດ, ການ​ເງິນ​ທະນາຄານ, ກວດ​ສອບ​ບັນຊີ ​ແລະ ປະທານ​ກຸ່ມ ກຳປູ​ເຈຍ ຢູ່ AIPA, ທ່ານ Chheang Vun, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ, ຮ່ວມ​ມື​ສາກົນ, ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ທ່ານ Mon Chim Huy, ຫົວໜ້າ​ກຳມາ​ທິການ​ການ​ສຶກສາ, ຊາວ​ໜຸ່ມ, ກິລາ, ສາສະໜາ, ວັດທະນະທຳ ​ແລະ ການ​ທ່ອງທ່ຽວ ​ແລະ ສະມາຊິກ​ອື່ນໆ ອີກ​ຈຳນວນ​ໜຶ່ງ. ການ​ຢ້ຽມຢາມ ຫວຽດນາມ ຂອງ​ຄະນະ​ໃນ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ກຳ​ປູ​ເຈຍ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ ກ່ຽວ​ກັບຂົ​ງ​ເຂດ​ການ​ເມືອ​ງ, ​ເສດຖະກິດ, ການ​ຄ້າ.

ຂ່າວ/ບົດ​ອື່ນ