ປະ​ທານ​ສະ​ພາ​ແຫ່ງ​ຊາດ: ປະ​ກາດ​ໃຊ້​ເອ​ກະ​ສານ​ນິ​ຕິ​ກຳ​ຢ່າງ​ມີ​ຄວາມ​ເປັນ​ໄປ​ໄດ້, ຄົບ​ຊຸດ​ໃນ​ລ​ະ​ພາບ​ເອ​ກະ​ສານ​ກົດ​ໝາຍ

(VOVWORLD) - ກອງປະຊຸມເພື່ອແນໃສ່ສະໜິດຕິດພັນການສ້າງກົດໝາຍ ກັບການປະຕິບັດກົດໝາຍ, ຮັບປະກັນໃຫ້ແກ່ລະບົບກົດໝາຍໄດ້ຮັບການປະຕິບັດຢ່າງມີຄວາມຍຸຕິທຳ ແລະ ເຂັ້ມງວດ. ຕິ
ປະ​ທານ​ສະ​ພາ​ແຫ່ງ​ຊາດ: ປະ​ກາດ​ໃຊ້​ເອ​ກະ​ສານ​ນິ​ຕິ​ກຳ​ຢ່າງ​ມີ​ຄວາມ​ເປັນ​ໄປ​ໄດ້, ຄົບ​ຊຸດ​ໃນ​ລ​ະ​ພາບ​ເອ​ກະ​ສານ​ກົດ​ໝາຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 7 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ດຳເນີນກອງປະຊຸມທົ່ວປະເທດຄັ້ງທີ 2 ຜັນຂະຫຍາຍກົດໝາຍ, ມະຕິຂອງສະພາແຫ່ງຊາດຊຸດທີ XV. ກອງປະຊຸມເພື່ອແນໃສ່ສະໜິດຕິດພັນການສ້າງກົດໝາຍ ກັບການປະຕິບັດກົດໝາຍ, ຮັບປະກັນໃຫ້ແກ່ລະບົບກົດໝາຍໄດ້ຮັບການປະຕິບັດຢ່າງມີຄວາມຍຸຕິທຳ ແລະ ເຂັ້ມງວດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

ສະເໜີ ລັດຖະບານ, ນາຍົກລັດຖະມົນຕີ ຕິດແທດບັນດາຄວາມຮຽກຮ້ອງຕ້ອງການ, ໜ້າທີ່ລະອຽດກ່ຽວກັບການຜັນຂະຫຍາຍຕໍ່ກົດໝາຍ, ມະຕິແຕ່ລະສະບັບ ທີ່ໄດ້ຮັບການຮັບຮອງເອົາ. ປະກາດໃຊ້ບັນຊີລາຍຊື່ເອກະສານກຳນົດການປະຕິບັດກົດໝາຍ, ມະຕິ  ໂດຍສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມວິສາມັນ ຄັ້ງທີ 5 ຢ່າງລະອຽດ ໂດຍໄວ ແລະ ຈັດແບ່ງອົງການຮຽບຮຽງຢ່າງລະອຽດ, ຕິດພັນກັບເວລາກຳນົດການປະຕິບັດສຳເລັດ, ສືບຕໍ່ປະກາດໃຊ້ບັນດາແຜນການຜັນຂະຫຍາຍການປະຕິບັດກົດໝາຍ, ມະຕິຂອງສະພາແຫ່ງຊາດ, ຈັດແບ່ງແຫຼ່ງກຳລັງ, ກະກຽມບັນດາເງື່ອນໄຂຮັບປະກັນການຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່.

ຕອບກັບ

ຂ່າວ/ບົດ​ອື່ນ