ປະທານສະພາແຫ່ງຊາດ ພົບປະຄະນະຜູ້ແທນເຍົາວະຊົນທຸກຍາກທີ່ດີເດັ່ນ ທົ່ວປະເທດ

ປະທານສະພາແຫ່ງຊາດ ພົບປະຄະນະຜູ້ແທນເຍົາວະຊົນທຸກຍາກທີ່ດີເດັ່ນ ທົ່ວປະເທດ - ảnh 1

ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ພົບ​ປະ​ຄະນະ​ຜູ້​ແທນ​ເຍົາວະ​ຊົນ​ທຸກ​ຍາກ​ທີ່​ດີ​ເດັ່ນ ​ທົ່ວ​ປະ​ເທດ
(ພາບ: ອີນເຕີເນັດ)

(vovworld) - ຕອນ​ບ່າຍ​ວັນ​ທີ 7/7, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ໄດ້​ໃຫ້ການ​ຕ້ອນຮັບ, ມ​ອບຂອງຂວັນ​ໃຫ້​​ພວກ​ຫຼານ, ທີ່​ຕາງໜ້າ​ໃຫ້​ແກ່​ເຍົາວະ​ຊົນ​ທຸກ​ຍາກ​​ທີ່​ດີ​ເດັ່ນ​​ເຂົ້າ​ຮ່ວມ​ຂອງງານ​ມະ​ໂຫລານ​ເຍົາ​ວະ​ຊົນ​ທຸກ​ຍາກ​​ທີ່​ດີ​ເດັ່ນ​ຄັ້ງ​ທີ 2 ປີ 2012 ເກືອບ 300 ນ້ອງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ຢືນຢັນ​ວ່າ: ຍາ​ມ​ໃດ ພັກ, ລັ​ດກໍ​​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງຊາວ​ໜຸ່ມ, ​​ເຍົາ​ວະ​ຊົນ​, ພິ​ເສດ​ແມ່ນ​​ເຍົາວະ​ຊົນ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ ​ແມ່ນ​ບ່ອນ​ສ້າງ, ຕິດຕາມ​ກວດກາ​ເລື່ອງ​ປະຕິບັດ​ບັນດາ​​ກົດໝາຍ​ຂອງ​ປະ​ເທດ​, ​ໃນ​ນັ້ນ​ມີ​ກົດໝາຍ​​ເພື່ອປົກ​ປັກ​ຮັກສາສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ເດັກ​ນ້ອຍ, ຮັບປະກັນ​​ໃຫ້​ເຍົາວະ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮຳ່ຮຽນ, ລະ​ຫຼີ້ນ, ສຸ້ຊົນ​ກາຍ​ເປັນ​ຄົນ​ດີ, ​ແມ່ນ​ພົນລະ​ເມືອງ​ທີ່ມີ​ຜົນ​ປະ​ໂຫຍ​ດ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​​ໃຫ້ນັບ​ມື້​ນັບ​ສວຍ​ສົດ​ງົດ​ງາມ​ ຄື​ດັ່ງ​ຄວາມ​ມຸ້ງຫວັງ​ຂອງ​ລຸງ​ໂຮ່ ທີ່​ແສນ​ເຄົາລົບ​ຮັກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ: ​​ໂດຍແມ່ນ​ລຸ້ນຄົນ​ທີ່ໄດ້​ຮັບ​ການ​ກຳ​ເນີ​ດ ແລະ ​ເຕີບ​​ໃຫຍ່​ໃນ​ໄລຍະ​ສັນຕິພາບ, ​ເຍົາວະ​ຊົນ​ແຕ່ລະຄົນ​ຕ້ອງ​ສຸ້ຊົນ​ແຂ່ງຂັນ​ກ່ວາ​ອີກ, ມານະ​ພະ​ຍາ​ຍາມ​ກ່ວາ​ອີກ​ໃນ​ການ​ຮຳ່ຮຽນ, ອອກ​ແຮງ​ງານ, ຫຼໍ່​ຫຼອມ​ຄຸນສົມບັດ​ຢ່າງ​ບໍ່​ຢຸດ​ຢັ້ງ, ສົມ​ກັບ​ລຸ້ນພໍ່​ລຸ້ນອ້າຍ​, ​ເປັນ​ເຈົ້າ​​ອະນາຄົດ, ຊາຕະ​ກຳ​ຂອງ​ປະ​ເທດ​ຊາດ ຖືກ​ກັບ​ຄວາມ​ຫວັງ​ຂອງ​ປະທານ ​ໂຮ່ຈີ​ມິນ ທີ່​ແສນ​ຄົບ​ລົບ​ຮັກ.​

ຂ່າວ/ບົດ​ອື່ນ