ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ, ອວຍພອນອາຍຸຍືນ ແກ່ທ່ານ ພົນເອກ ຫວໍງວຽນຢາບ

ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢ້ຽມຢາມ, ອວຍພອນອາຍຸຍືນ ແກ່ທ່ານ ພົນເອກ ຫວໍງວຽນຢາບ - ảnh 1

ທ່ານ ພົນ​ເອກ ຫວໍ​ງວຽນ​ຢາ​ບ

(vovworld) – ​ເນື່ອງ​ໃນ​ໂອກາດ​ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ນັກ​ວິລະ​ຊົນ​ຂອງ​ທົ່ວ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ຫວຽດນາມ ກ້າວ​ເຂົ້າ​ສູ່ອາຍຸ 103 ປີ (25/8/1911 – 25/8/2013), ວັນ​ທີ 23/8, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ຢ້ຽມຢາມ, ອວຍພອນ​ອາ​ຍຸ​ໝັ້ນ​ຂວັນ​ຍືນ​ທ່ານພົນ​ເອກ ຫວໍ​ງວຽນ​ຢາ​ບ. ສະ​ແດງ​ຄວາມ​ມ່ວນ​ຊື່ນ​ເມື່ອ​ໄດ້​ມາ​ຢ້ຽມຢາມ, ອວຍພອນ​ອາ​ຍຸ​ໝັ້ນ​ຂວັນ​ຍືນ ທ່ານ​ພົນ​ເອກ ຫວໍ​ງວຽນ​ຢາ​ບ - ນັກຮຽນ​ທີ່​ດີ​​ເລີດ​ຂອງ​ປະທານ ​ໂຮ່ຈີ​ມິນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ​ ຄະນະ​ຜູ້​ແທນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ລາຍ​ງານ​ຕໍ່​ທ່ານພົນ​ເອກ ຫວໍ​ງວຽນ​ຢາ​ບ ກ່ຽວ​ກັບ​ໝາກຜົນ​ການ​ປ່ຽນ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ວິວັດ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ທີ່​ພວມ​ໄດ້ຮັບ​ການ​​​ປະກອບ​ຄຳ​ເຫັນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ.

        ທ່ານພົນ​ເອກ ຫວໍ​ງວຽນ​ຢາ​ບ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ສະພາ​ແຫ່ງ​ຊາດ ພ້ອມ​ກັບ​ລັດຖະບານ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ທຸກ​ຄົນ, ປະຊາຊົນ​ໃນ​ທົ່ວ​ປະ​ເທດ ສືບ​ຕໍ່​ມານະ​ພະຍາຍາມ​ສູ້​ຊົນ​ນຳ​ປະ​ເທດ​ຊາດ​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃນ​ການ​ພັດ​ທະນາ​ເສດຖະກິດ - ສັງຄົມ.


ຂ່າວ/ບົດ​ອື່ນ