ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບປະທານາທິບໍດີມຽນມາ

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງຕ້ອນຮັບປະທານາທິບໍດີມຽນມາ - ảnh 1
ທ່ານປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ຕ້ອນຮັບ​ປະທານາທິບໍດີ​ມຽນມາ
( ພາບ: vietnamplus.vn )
(vovworld) - ​ຕອນ​ເຊົ້າ​ວັນ​ທີ 21/3, ທ່ານປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​​ໄດ້​ໃຫ້ການຕ້ອນຮັບ​ປະທານາທິບໍດີ​ ສາທາລະນະ​ລັດ ສະຫະພາບ ມຽນມາ TheinSein ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ​ ຢ່າງ​ເປັນ​ທາງ​ການ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ຜົນສຳ​ເລັດ​ອັນ​ດີງາມ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ມຽນມາ​ຫວ່າງ​ແລ້ວ​ນີ້, ​ແລະ​ສະພາ​ແຫ່ງ​ຊາດ​ມຽນມາ​ໄດ້​ກາຍ​ເປັນ​ສະມາ​ຊິກ​ສົມ​ບຸນ​ຂອງ​ອົງການ (AIPA) . ທ່ານປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ​ຫວຽດນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ມຽນມາ. ພ້ອມ​ທັງ​ຖື​ວ່າ, ຫວຽດນາມ ​ແລະ​ມຽນມາ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ນັບ​ທັງ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຄວນ​ປະສານ​ສົມທົບ​ກັນ ​ເພື່ອ​ສ້າງ​ຕັ້ງ​ກຸ່ມ ສະມາຊິກ​ສະພາ​ແຫ່ງ​ຊາດ ມິດຕະພາບ​ຫວຽດນາມ - ມຽນມາ, ສ້າງ​ເງື່ອນ​ໄຂ​ສະດວກ ​​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດນັບ​ມື້​ນັບ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ.

        ສ່ວນ​ທ່ານປະທານາທິບໍດີ​  TheinSein ກໍ່​ຢັ້ງຢືນ​ວ່າ ມຽນມາ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ກຳ​ອຳນາດ, ສອງ​ລັດ, ສອງ​ສະພາ​ແຫ່ງ​ຊາດ ​ແລະ ​ປະຊາຊົນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແຮງ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ