ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ

(VOVWORLD) - ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ເລື່ອງປຶກສາຫາລືບັນດາເນື້ອໃນຮ່າງກົດໝາຍທີ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດແມ່ນການເຄື່ອນໄຫວເພື່ອແນໃສ່ຢັ້ງຢືນບົດບາດ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ຕອນເຊົ້າວັນທີ 6 ກັນຍາ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ, ປຶກສາຫາລື 2 ຮ່າງກົດໝາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ກົດໝາຍປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍການສຶກສາຂັ້ນມະຫາວິທະຍາໄລ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ເລື່ອງປຶກສາຫາລືບັນດາເນື້ອໃນຮ່າງກົດໝາຍທີ່ກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດແມ່ນການເຄື່ອນໄຫວເພື່ອແນໃສ່ຢັ້ງຢືນບົດບາດ, ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດສະເພາະກິດໃນການປະຕິບັດພາລະໜ້າທີ່ ແລະ ສິດອຳນາດຢ່າງຈະແຈ້ງເພື່ອແນໃສ່ຍົກສູງຄຸນນະພາບບັນດາຮ່າງເອກະສານຍື່ນຕໍ່ສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ຮ່າງກົດໝາຍ 2 ສະບັບນີ້ໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມ, ຜູ້ມີສິດເລືອກຕັ້ງ, ດັ່ງນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ຄວນສຸມໃສ່ປະກອບຄຳເຫັນ, ສະແດງໃຫ້ເຫັນແຈ້ງທັດສະນະຂອງຕົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

        “ຂ້າພະເຈົ້າຢາກເວົ້າເຖິງຮ່າງກົດໝາຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ນີ້ແມ່ນຮ່າງກົດໝາຍສຳຄັນທີ່ສຸດ. ພວກເຮົາຄວນແກ້ໄຂບັນດາບັນຫາພຶດຕິກຳຕົວຈິງຂອງວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງໃນສະພາບການໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງເຂົ້າກັບສາກົນ. ບົນພື້ນຖານຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ຄະນະປະຈຳກຳມາທິການຍຸຕິທຳຈະສົມທົບກັບບັນດາອົງການກ່ຽວຂ້ອງສືບຕໍ່ຄົ້ນຄ້ວາ, ປັບປຸງ.”

ຕອບກັບ

ຂ່າວ/ບົດ​ອື່ນ