ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວ​ຽດ​ນາມ ຢ້ຽ​ມ​ຢາມ ແລ​ະ ເຮັດ​ວຽກ​ຢ​ູ່​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ

(VOVWORLD) -  ຕອນເຊົ້າວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເຂດເຕັກໂນໂລຢີສູງ ຮ່ວາລາກ - ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວ​ຽດ​ນາມ ຢ້ຽ​ມ​ຢາມ ແລ​ະ ເຮັດ​ວຽກ​ຢ​ູ່​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ຮ່​ວາ​ລາກ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນ ທີ່ການເຮັດວຽກ

ກ່າວຄຳເຫັນທີ່ ເຂດເຕັກໂນໂລຢີສູງຮ່ວາລາກ, ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ພັກ ແລະ ລັດ ໄດ້ເອົາໃຈໃສ່, ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງຂົງເຂດວິທະຍາສາດ, ເຕັກໂນໂລຢີ, ສະເພາະ ສະພາແຫ່ງຊາດແມ່ນ ໄດ້ປະກາດໃຊ້ກົດໝາຍລົງເລິກຂະແໜງ 8 ສະບັບ. ຜ່ານນັ້ນໄດ້ສ້າງສຳເລັດລະບົບກົດໝາຍ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຢີ.

        ການສ້າງ ແລະ ພັດທະນາບັນດາສູນເຕັກໂນໂລຢີສູງ, ບັນດາຕົວເມືອງໃຫ້ແກ່ການພັດທະນາວິທະຍາສາດເຕັກໂນໂລຢີແມ່ນ ແຜນນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດພາຍໃນປະເທດກ່ຽວກັບຂົງເຂດວິທະຍາສາດ, ເຕັກໂນໂລຢີ. ທ່ານນາງກ່າວວ່າ:

        ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຄວນຄົ້ນຄ້ວາບົດຮຽນຂອງບັນດາປະເທດໃນໂລກ, ມີແຜນການເພີ່ມທະວີກຳລັງຄວາມສາມາດພັດທະນາເຂດເຕັກໂນໂລຢີສູງ ຮ່ວາລາກກ່ຽວກັບ ພື້ນຖານໂຄງລ່າງ, ສະພາບແວດລ້ອມແຫ່ງການລົງທຶນເພື່ອແນໃສ່ດຶງດູດບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ແກ້ໄຂ ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ການເຄື່ອນໄຫວພັດທະນາເຕັກໂນໂລຢີພາຍໃນປະເທດ ແລະ ຕ່າງປະເທດທີ່ເຂົ້າມາຫວຽດນາມເພື່ອໃຫ້ ເຂດ ເຕັກໂນໂລຢີສູງຮ່ວາລາກ ກາຍເປັນສູນພັດທະນາເຕັກໂນໂລຢີຂອງທົ່ວປະເທດ ແລະ ເປັນເຂດຫຼືເປັນ ບ່ອນກຳເນີດຂອງແນວຄວາມຄິດທາງວິທະຍາສາດເຕັກໂນໂລຢີພູມປັນຍາ, ຜະລິດຕະພັນວິທະຍາສາດເຕັກໂນໂລຢີທີ່ມີຄຸນນະພາບຢ່າງແທ້ຈິງ, ສ້າງກຳລັງຄວາມແກ້ງແຍ້ງຂອງເຕັກໂນໂລຢີ ຫວຽດນາມ, ປະກອບສ່ວນເຂົ້າໃນການຍົກສູງສະມັດຕະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ.

        ແລະກໍ່ໃນຕອນເຊົ້າວັນທີ 31 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ເປັນສັກຂີພິຍານໃນພິທີລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືຍຸດທະສາດລະຫວ່າງ ເຂດເຕັກໂນໂລຢີສູງ ຮ່ວາລາກ ແລະ ກຸ່ມບໍລິສັດ Viettel.

ຕອບກັບ

ຂ່າວ/ບົດ​ອື່ນ