ປະທານສະພາແຫ່ງຊາດ ຫວຽດນາມ ເຈລະຈາກັບປະທານສະພາແຫ່ງຊາດ ກູບາ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ. ກູບາ, ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ນຳໜ້າມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 11 -18 ມິຖຸນາ. ພິທີຕ້ອນຮັບຄະນະຖືກຈັດຕັ້ງໃນຕອນເຊົ້າວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ. ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ 2 ປະເທດໄດ້ດຳເນີນການເຈລະຈາ.
ປະທານສະພາແຫ່ງຊາດ ຫວຽດນາມ ເຈລະຈາກັບປະທານສະພາແຫ່ງຊາດ ກູບາ - ảnh 1ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດກູບາ ກ່າວປາໄສໃນວາລະປະຊຸມຄົບຄະນະຂອງກອງປະຊຸມສະໄໝສາມັນຄັ້ງທີ 3 ສະພາແຫ່ງຊາດຊຸດທີ 14 

ທີ່ການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ສະພາແຫ່ງຊາດ 2 ປະເທດ ແລະ ສະແດງຄວາມພາກພູມໃຈຕໍ່ເລື່ອງສະພາແຫ່ງຊາດ 2 ປະເທດ ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນໃນວຽກງານກໍ່ສ້າງ ແລະ ຕິດຕາມກວດກາການປະຕິບັດກົດໝາຍກໍ່ຄືໃນບັນດາເວທີປາໄສຫຼາຍຝ່າຍ, ບັນດາອົງການລັດຖະສະພາສາກົນ ແລະ ພາກພື້ນລະຫວ່າງ 2 ປະເທດເປັນປະຈຳ. ເພື່ອເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດໃຫ້ດີຍິ່ງໆຂຶ້ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ກວດກາ, ອັບເດັດ ຫຼື ເຊັນບັນດາເອກະສານຮ່ວມມືໃໝ່ ເພື່ອປັບປຸງກອບນິຕິກຳໃຫ້ແກ່ການພົວພັນ 2 ຝ່າຍທັດທຽບກັບສະພາບການໃຫມ່ຢູ່ແຕ່ລະປະເທດ, ຕັດສິນໃຈນຳວົງເງິນແລກປ່ຽນການຄ້າ 2 ຝ່າຍໃຫ້ເໝາະສົມກັບການພົວພັນການເມືອງອັນດີງາມ.

        ສ່ວນທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ຢັງຢືນວ່າ: ກູບາ ເຂົ້າໃຈແຈ້ງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແລະ ຈະສືບຕໍ່ຮຽງບ່າຮຽງໄຫຼ່ກັບ ຫວຽດນາມ. ຕາມ ທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ແລ້ວ, ກູບາ ພວມມານະພະຍາຍາມແກ້ໄຂບັນດາບັນຫາເຊິ່ງ ຫວຽດນາມ ໄດ້ ແລະ ພວມຜ່ານຜ່າ. ດັ່ງນັ້ນ, ປະທານສະພາແຫ່ງຊາດ ກູບາ ປາດຖະໜາຢາກ ຮັບເອົາບັນດາບົດຮຽນຂອງ ຫວຽດນາມ, ພິເສດແມ່ນໃນພາລະກິດແຫ່ງການປ່ຽນໃໝ່.

        ພາຍຫຼັງການເຈລະຈາ, ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernandez ມີບົດປາໄສທີ່ຫໍປະຊຸມ ຢຽນຮົ່ງ ໃນວາລະປະຊຸມຄົບຄະນະຂອງກອງປະຊຸມສະໄໝສາມັນຄັ້ງທີ 3, ສະພາແຫ່ງຊາດຊຸດທີ 14. ນີ້ແມ່ນການສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ກູບາ. ກ່ຽວກັບແງ່ຫວັງການພົວພັນ 2 ປະເທດໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ກູບາ, ໃຫ້ຮູ້ວ່າ:

        “ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມື ຫວຽດນາມ - ກູບາ. ພວກຂ້າພະເຈົ້າຖືການພົວພັນກັບ ຫວຽດນາມ ເປັນສຳຄັນ. ທີ່ຕັ້ງພູມສາດສະດວກ, ການເມືອງມີສະຖຽນລະພາບ, ແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ເຕັກໂນໂລຢີຊີວະ, ວັດຖຸດິບການຢາ… ແມ່ນບັນດາປັດໄຈ ທີ່ປະຈຸບັນ ກູບາ ມີທ່າແຮງເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ. ກູບາ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອເປີດກ້ວາງການແລກປ່ຽນເສດຖະກິດ, ການຄ້າກັບ ຫວຽດນາມ.”

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ:

        “ການຢ້ຽມຢາມຂອງຄະນະໄດ້ນຳມາໃຫ້ ຫວຽດນາມ ນ້ຳໃຈຖານສະຫາຍ, ອ້າຍນ້ອງສັດຊື່ບໍລິສຸດ, ສາມັກຄີ. ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບສະພາແຫ່ງຊາດ, ອຳນາດການປົກຄອງ, ປະຊາຊົນ ກູບາ ເພື່ອປັບປຸງ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ພ້ອມທັງຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຍິ່ງກ່ວາອີກ.”

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ