ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເຄື່ອນໄຫວຢ້ຽມຢາມລາວ

(VOVWORLD) -   ຕອນເຊົ້າວັນທີ 4 ທັນວານີ້, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ.
     ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເຄື່ອນໄຫວຢ້ຽມຢາມລາວ - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ

    ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ 2 ທ່ານ ຢືນຢັນຈະສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ບັນດາກົນໄກຮ່ວມມືໃນທຸກຊ່ອງທາງ, ໃນນັ້ນມີຫຼາຍການເຄື່ອນໄຫວແລກປ່ຽນ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ; ສົມທົບກັນຢ່າງແໜ້ນແຟ້ນເພື່ອສ້າງກອບກົດໝາຍທີ່ສະດວກເພື່ອໃຫ້ລັດຖະບານຂອງສອງປະເທດປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້; ເພີ່ມທະວີການປະສານງານ ແລະ ຕິດຕາມກວດກາການປະຕິບັດຂໍ້ຕົກລົງຮ່ວມມືສອງຝ່າຍ; ຊຸກຍູ້ການປະຕິບັດບັນດາໂຄງການສຳຄັນລະຫວ່າງສອງປະເທດ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໂດຍຜ່ານການແລກປ່ຽນ ແລະ ແບ່ງປັນບົດຮຽນດ້ານນິຕິບັນຍັດ, ສ້າງບັນດາລະບອບລະບຽບການ ແລະ ລະບົບກົດໝາຍໃຫ້ສົມບູນແບບ; ສົມທົບກັນຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຂັ້ນສູງທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ກະກຽມເນື້ອໃນໃຫ້ແກ່ການເຄື່ອນໄຫວສຳຄັນລະຫວ່າງການນຳຂັ້ນສູງສອງປະເທດ; ເພີ່ມທະວີຄວາມສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ

     ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເຄື່ອນໄຫວຢ້ຽມຢາມລາວ - ảnh 2ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

     ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

      ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ມີທັດສະນະຢ່າງສະເໝີຕົ້ນສະເໝີປາຍໃຫ້ບຸລິມະສິດສູງສຸດແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອກັບລາວ, ຍາມໃດກໍ່ຮຽງບ່າຮຽງໄຫຼ່ ສະໜັບສະໜູນກິດຈະການປົກປັກຮັກສາ, ກໍ່ສ້າງ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ. ສະພາແຫ່ງຊາດຂອງສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສືບຕໍ່ສ້າງກອບກົດໝາຍທີ່ສະດວກເພື່ອໃຫ້ລັດຖະບານສອງປະເທດເພີ່ມທະວີການຮ່ວມມື, ສົມທົບກັນຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານສອງປະເທດທີ່ໄດ້ຕົກລົງກັນໄວ້ໃນກອງປະຊຸມ ຄະນະກຳມະການຮ່ວມມືທະວີພາຄີຄັ້ງທີ 45 ລະຫວ່າງລັດຖະບານ ຫວຽດນາມແລະ ລັດຖະບານລາວ ແລະ ບັນດາຂໍ້ຕົກລົງຮ່ວມມືອື່ນໆລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ